ສະບາຍດີ!!! ນ້ອງໆ ວ່າທີ່ ນັກສຶກສາ ໄລຍະນີ້ແມ່ນກຽມ ຂຸນຂ້ຽວ ຕິວເຂັ້ມ ຢ່າງໝັກ ເພື່ອທີ່ຈະກຽມຕົວ ກຽມໃຈ ສອບເສັງເຂົ້າຮຽນ ທີ່ ມະຫາວິທະຍາໄລແຫ່ງຊາດ ດັ່ງນັ້ນ ທີມງານ ຂວັນໃຈ ເຮົາກໍ່ບໍ່ຢູ່ລ້າ ໄດ້ໄປຊ໋ອກແຊ໋ກ ເອົາຂໍ້ມູນ ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມາຝາກນ້ອງໆ ມາເບິ່ງກັນວ່າມີຫຍັງແດ???
1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ.
2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ.
3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ.
4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: ບັດປະຈຳຕົວ, ໃບຂັບຂີ່ ຫຼື ປຶ້ມສຳມະໂນຄົວ.
5. ໃນຫ້ອງສອບເສັງ ຕ້ອງປະຕິບັດຕາມການຈັດສັນຂອງກຳມະການຄວບຄຸມຫ້ອງສອບເສັງທີ່ໄດ້ກຳນົດໃຫ້ເທົ່ານັ້ນ.
6. ຕ້ອງສອບເສັງຄົບຖ້ວນທຸກວິຊາທີ່ໄດ້ກຳນົດໄວ້ຄະນະກຳມະການຈຶ່ງຈະກວດບົດ ແລະໃຫ້ຄະແນນ.
7. ຜູ້ເຂົ້າສອບເສັງຕ້ອງຂຽນຊື່, ນາມສະກຸນ, ລະຫັດບັດສອບເສັງ ແລະ ຂໍ້ມູນອື່ນໆທີ່ໄດ້ລະບຸໄວ້ໃນເຈ້ຍຂະໜານ ຕອບພ້ອມດ້ວຍລາຍເຊັນໃຫ້ຄົບຖ້ວນ.
ເຫັນລະບຽບ ທັງ 7 ຂໍ້ແລ້ວເປັນແນວໃດແດ່??? ຢ່າງໃດກໍ່ຂໍໃຫ້ ນ້ອງໆ ທຸກຄົນໂຊກດີໃນການສອບເສັງ ຂໍໃຫ້ໄດ້ເຂົ້າຮຽນໃນ ຄະນະທີ່ຕົນເອງມັກ ແລະ ຮັກທີ່ຈະຮຽນ ເພາະການເຮັດໃນສິ່ງທີ່ເຮົາ ຮັກ ແລະ ມັກ ຖືເປັນການເລີ່ມຕົ້ນທີ່ດີຂອງ ອະນາຄົດ ເດີ້ນ້ອງໆ!!!
(ຢ່າລືມແຊຣ ລະບຽບນີ້ ແລະ ແທັກຫາໝູ່ນຳແດ່)
ທີ່ມາ: http://entrance.nuol.edu.la/index.php/%E0%BA%A5%E0%BA%B0%E0%BA%9A%E0%BA%BD%E0%BA%9A