ຂໍ້ຫ້າມສໍາລັບຜູ້ສອບເສັງ
- ຫ້າມນັກສຶກສາຂອງ ມຊ ທີ່ກໍາລັງຮຽນຢູ່ໃນແຕ່ລະຄະນະວິຊາ ສະໝັກສອບເສັງເດັດຂາດ.
- ຫ້າມນຳເອົາປຶ້ມຕຳລາຮຽນ, ສຳເນົາສູດຄິດໄລ່, ບົດຮຽນ ຫຼື ບົດຄຳຕອບ, ອຸປະກອນອີເລັກໂຕຣນິກ (ໂທລະ ສັບມືຖື, ເຄື່ອງຄິດໄລ່, ໂມງດີຈິຕອນ, ບັນທັດທີ່ມີສູດຄິດໄລ່ ແລະ ອື່ນໆ) ເຂົ້າໃນຫ້ອງສອບເສັງ, ຜູ້ລະເມີດ ຈະຖືກຕັດສິດສອບ ເສັງ. ສໍາລັບອຸປະກອນທີ່ຢຶດມາໄດ້ນັ້ນຄະນະກຳມະການຈະສົ່ງຄືນຜູ້ເຂົ້າສອບເສັງພາຍຫຼັງ ສິ້ນສຸດການສອບເສັງ.
- ຫ້າມໃສ່ເລກລະຫັດບັດເຂົ້າຫ້ອງສອບເສັງຂອງຄົນອື່ນ ຫຼື ປ່ຽນແທນກັນ, ມາເສັງແທນຄົນອື່ນ, ໃສ່ເຄື່ອງໝາຍ ຫຼື ສັນຍາລັກຕ່າງໆໃສ່ເຈ້ຍຄຳຕອບ.
- ຫ້າມຖືອາວຸດ, ຂອງມີຄົມທຸກຊະນະນິດ, ສານເຄມີທີ່ຮ້າຍແຮງເຂົ້າໃນຫ້ອງສອບເສັງ, ເຊິ່ງອາດຈະນຳເປັນ ເຄື່ອງມືໃນການກໍ່ຄວາມບໍ່ສະຫງົບ ຫຼື ທຳຮ້າຍຮ່າງກາຍຄົນອື່ນ.
- ຫ້າມກ່າຍໝູ່ ຫຼຶ ເອົາໃຫ້ໝູ່ກ່າຍ ແລະ ໃຊ້ສັນຍານຕ່າງໆທີ່ເປັນເຄື່ອງມືທຸຈະລິດໃນການສອບເສັງ.
- ຫ້າມເວົ້າ, ສົນທະນາ ຫຼືສົ່ງສຽງດັງໃນເວລາສອບເສັງ, ຫ້າມນຳເຄື່ອງກິນ ແລະເຄື່ອງດື່ມເຂົ້າໃນຫ້ອງສອບເສັງ.
- ຫ້າມອອກຈາກຫ້ອງໃນເວລາສອບເສັງຢູ່ ຍົກເວັ້ນກໍລະນີຈຳເປັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ແລະ ມີກຳມະ ການຕິດຕາມໄປນຳ.
- ຫ້າມອອກຈາກຫ້ອງຈົນກວ່າຈະໝົດເວລາສອບເສັງ ເຖິງແມ່ນວ່າຜູ້ສອບເສັງຈະຕອບສຳເລັດແລ້ວກໍຕາມ.
- ຫ້າມສືບຕໍ່ໝາຍຄຳຕອບເມື່ອໄດ້ຮັບສັນຍານໝົດເວລາ ແລະ ຕ້ອງຂວໍ້າເຈ້ຍຄຳຕອບໄວ້ເທິງໜ້າໂຕະຂອງຕົນ.
- ຫ້າມນຳເອົາບົດສອບເສັງ ແລະ ເຈ້ຍທຸກຊະນິດອອກຈາກຫ້ອງສອບເສັງ.
ໝາຍເຫດ: ຜູ້ລະເມີດຂໍ້ກຳນົດ (ຂໍ້ຫ້າມ) ສະບັບນີ້ຈະຖືກຕັກເຕືອນ ຫຼື ຕັດສິດໃນການສອບເສັງທັນທີ
ທີ່ມາ: http://entrance.nuol.edu.la/index.php/%E0%BA%A5%E0%BA%B0%E0%BA%9A%E0%BA%BD%E0%BA%9A