ຂໍ້ມູນຕໍ່ໄປນີ້ ຫວັງວ່າຈະມີປະໂຫຍດຕໍ່ແຟນໆ ຂວັນໃຈ ໂດຍສະເພາະຜູ້ທີ່ກຳລັງຮູ້ສຶກວ່າ ສະຖາບັນຄອບຄົວ ບໍ່ເປັນດັ່ງທີ່ວາດຫວັງໄວ້ ແລະກຳລັງຄິດກ່ຽວກັບການຢ່າຮ້າງ ຫຼືກຳລັງຢູ່ໃນສະຖານະການໃດໜຶ່ງຕໍ່ໄປນີ້ ໃຫ້ໄດ້ຮູ້ ແລະ ທຳຄວາມເຂົ້າໃຈບັນດາສາເຫດຂອງການຂໍຢ່າຮ້າງ ທີ່ໄດ້ຖືກລະບຸໄວ້ໃນກົດໝາຍແຫ່ງ ສປປ ລາວ ກ່ອນຈະຕັດສິນໃຈໃດໆລົງໄປ.
ອີງຕາມກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ
ຜົວ ຫຼື ເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜຶ່ງດັ່ງນີ້:
- ທຳມິດສະຈານ (ການຫຼິ້ນຊູ້ ຈາກຜົວ ຫຼືເມຍ)
- ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ ແລະຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ, ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟູມເຟືອຍ;
- ໜີໄປໂດຍບໍ່ຄອບກັນ ແລະບໍ່ໄດ້ສົ່ງຂ່າວຄາວ ຫຼືສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ;
- ຜົວໄປບວດເປັນພິກຂຸ, ສາມະເນນ ຫຼື ພໍ່ຂາວ ຫຼື ເມຍໄປບວດເປັນແມ່ຂາວ ເກີນກວ່າ ສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ;
- ເປັນຜູ້ຫາຍສາບສູນ ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫຼືເມຍນັ້ນ ຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວ ເປັນເວລາສອງປີ ຫຼື ໃນກໍລະນີທີ່ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ;
- ຖືກສານຕັດສິນລົງໂທດ ຕັດອິດສະລະພາບ ແຕ່ ຫ້າປີຂຶ້ນໄປ;
- ເປັນພະຍາດ ຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຢູ່ນຳກັນໄດ້;
- ເປັນຄົນບ້າເສຍຈິດ ຈົນບໍ່ສາມາດຢູ່ນຳກັນໄດ້;
- ບໍ່ສາມາດຮ່ວມປະເວນີທາງເພດ;
- ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທໍລະມານຈິດໃຈກັນ
ຢ່າລືມວ່າ ຄອບຄົວ ແມ່ນສະຖາບັນທີ່ສົມຄວນເຕັມໄປດ້ວຍຄວາມສຸກ ຄວາມຮັກ ຄວາມອົບອຸ່ນ ປອດໄພ ເປັນບ່ອນເພິ່ງພິງທັງກາຍແລະໃຈ ຂອງບັນດາສະມາຊິກ ແຕ່ຫາກເມື່ອໃດ ຄອບຄົວ ຫາກບໍ່ສາມາດຕອບສະໜອງສິ່ງເຫຼົ່ານີ້ໄດ້ ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ແລະ ພະລັງຊີວິດຂອງສະມາຊິກໃນຄອບຄົວ ຈົນແນມບໍ່ເຫັນອະນາຄົດແລ້ວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ ທີ່ສາມາດປົດປ່ອຍໃຫ້ຕ່າງຝ່າຍ ໄດ້ມີໂອກາດໃຊ້ຊີວິດທີ່ເຫຼືອຢ່າງມີຄວາມສຸກໃນແບບຂອງຕົນເອງ.
ຂໍ້ມູນຈາກ: ວາລະວານ ຂວັນໃຈ