ອີງຕາມໜັງສືແຈ້ງການ ສະບັບເລກທີ 1038/ຫສນຍ.ກລຂ ເລື່ອງ: ການກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ.
“ເຫັນດີໃຫ້ກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະກອນ, ກຳມະກອນເພດຍິງ ໄດ້ພັກວຽກຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ”
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.