ສົມແລ້ວທີ່ເປັນນາງງາມ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017 ແທັກທີມເພື່ອນພ້ອງ ພ້ອມທີມງາມລົງໃຕ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ ນໍ້າຖ້ວມ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ແລ້ວ ໃນເຊົ້າຂອງວັນທີ 27 ກໍລະກົດ 2018.
ເຊິ່ງ ເຈນນີ່ ກໍ່ຍັງໄດ້ໂພສຂອບໃຈຕໍ່ທີມງານ ແລະ ພໍ່ແມ່ພີ່ນ້ອງທີ່ມີນໍ້າໃຈເຂົ້າມາຮ່ວມບໍລິຈາກດັ່ງນີ້:
ຄົນລາວເຮົາເຖິງຍາມສຸກກໍ່ສຸກດ້ວຍກັນ ຮອດຍາມທຸກກໍ່ຕ້ອງຊ່ວຍເຫຼືອກັນ ຊ່ວຍກັນຄົນລະໄມ້ລະມື ເຮົາຈະຜ່ານໄພພິບັດຮ້າຍແຮງເທື່ອນີ້ໄປພ້ອມໆກັນ #prayforattapue #prayforlaos
ຮູບພາບຈາກ: Tonkham Phonchanheuang . Saykeo Make