Breaking News

Dj ມະຕູມ ພົບເຈິບັນຫາລະຫວ່າງການເດີນທາງຊ່ວຍພີ່ນ້ອງຊາວລາວ ຕົ້ນຫອມໝູ່ສະໜິດໂພສໃຫ້ກຳລັງໃຈ!!!

ແບ່ງປັນ

ເປັນອີກໜຶ່ງທ່ານທີ່ເດີນທາງລົງຊ່ວຍພີ່ນ້ອງຊາວລາວຜູ້ປະສົບໄພຈາກເຫດເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ມະຕູມ ດີເຈຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ພົບເຈິບັນຫາລະຫວ່າງການເດີນທາງລົງພື້ນທີ່ຊ່ວຍພີ່ນ້ອງຊາວລາວ ເຊິ່ງຈາກການໂພສເປີດເຜີຍຜ່ານ ອິນສະຕາແກຣມ ເຮັດໃຫ້ແຟນໆໄດ້ຮູ້ວ່າ ການເດີນທາງຂອງ Dj ມະຕູມ ບໍ່ສະດວກ ພົບເຈິບັນຫາລະຫວ່າງທາງຫຼາຍຢ່າງ ບໍ່ເປັນໄປຕາມແຜນ ຈາກການໂພສດັ່ງກ່າວເຮັດໃຫ້ມີແຟນໆທັງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈ ລວມທັງ Dj ຕົ້ນຫອມ ສະກຣຸນຕະລາ ໝູ່ສະໜິດກໍ່ບໍ່ພາດທີ່ຈະໂພສຮູບໃຫ້ກຳລັງໃຈ.

(ຂໍ້ຄວາມທີ່ Dj ມະຕູມ ໄດ້ໂພສໃນ ອິນສະຕາແກຣມ)

“ເຄື່ອງລົງຕອນເຊົ້າ ຕາມຫາເຂົ້າຂອງໝົດມື້ 3-4ແຫ່ງ ເຄື່ອງຍັງຂາດຫຼາຍເຊັ່ນ: ໄຟສາຍ ເຂົ້າສານ ເຂົ້າໜຽວ ຕິດຕໍ່ໂຮງສີ ໄປຂົນມາ 200ເປົາ ລະຫວ່າງທາງຢາງລົດແຕກ ຝົນຕົກໜັກ ບໍ່ມີຄົນຊ່ວຍຂົນ ໄດ້ເອີ້ນກູ້ໄພມາຊ່ວຍ ຝົນເລີ່ມຕົກແຮງ ຕ້ອງຫາລົດມາລຳລຽງໄປທີ່ໝູ່ບ້ານຜູ້ປະສົບໄພ ຕ້ອງອອກກ່ອນ 6 ໂມງເຊົ້າ ຕອນນີ້ 1ໂມງກໍ່ຍັງຂົນບໍ່ໝົດ ແອບແວະມາປ່ຽນຊຸດທີ່ໂຮງແຮມ ຈອງຜ່ານອະໂກດ້າ ຕັດເງິນຮຽບຮ້ອຍ ພໍມາເຊັກອິນບໍ່ມີຫ້ອງ! ເຕັມໝົດ! ຊາວຄະນະ 18 ຊີວິດ…ຍັງບໍ່ຮູ້ຊະຕາກຳ…ອຸປະສັກຫຼາຍ ແຕ່ຢາກໃຫ້ຮູ້ວ່າເຖິງຄວາມດີມັນຈະເຮັດຢາກ ເຮັດລຳບາກ ແຕ່ຖ້າໃຈເຮົາຕັ້ງເປົ້າໝາຍວ່າຈະເຮັດມັນ ກໍ່ຈະບໍ່ມີໃຜເຮັດເລີຍ ສາທຸ ມາລາວເທື່ອນີ້ ອິ່ມບຸນບໍ່ພໍ ຍັງອິ່ມຂໍ້ຄິດອີກ…ອານຸໂມທະນາ”

(Dj ຕົ້ນຫອມ ໂພສໃຫ້ກຳລັງໃຈໝູ່)

ປັດຈຸບັນ  Dj ມະຕູມ ໄດ້ເຊັກອິນທີ່ ແຂວງ ຄຳມ່ວນ ແລະ ຍັງໄດ້ຖ່າຍຮູບ ພ້ອມກັບໃຫ້ກຳລັງໃຈພີ່ນ້ອງຊາວລາວອີກດ້ວຍ.

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຂໍຂອບໃຈຮູບພາບຈາກ: IG/dj_matoom IG/djtonhorm

ແບ່ງປັນ