ເປັນທີ່ສະດຸດຕາ ແລະ ສົນໃຈຂອງ ສື່ມວນຊົນຕ່າງຊາດ ສຳລັບ ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບ) ແລະ ທີມແພດລາວ ທີ່ໄດ້ລົງພື້ນທີ່ໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ຈົນເຮັດໃຫ້ເກີດພາບໜ້າຮັກໆລະຫວ່າງສື່ມວນຊົນຕ່າງຊາດ ແລະ ທີມແພດລາວເກີດຂຶ້ນ.
ເຊິ່ງ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ3 ປະເທດໄທ ກໍ່ອົດບໍ່ໄດ້ທີ່ຈະໂພສຮູບພາບຜ່ານເຟສບຸກພ້ອມຂຽນແຄັບຊັ່ນວ່າ: “ໝໍ ແນ່ງ ໝໍ ນໍ້ານິ່ມ ໝໍເຕ້ ໝໍລາວໜ້າຮັກເນາະ ເພື່ອຜູ້ປະສົບໄພລາວສິໄດ້ມີກຳລັງໃຈຫຼາຍໆ, ໝໍ ແນ່ງ ຍັງສຶກສາທີ່ ປະເທດ ອັງກິດ ລະຫວ່າງກັບມາພັກຈຶ່ງມາຊ່ວຍຜູ້ປະສົບໄພ #PrayforAttapue “

ນອກຈາກ ສື່ມວນຊົນຈາກ ຊ່ອງ3 ໄທ ແລ້ວ ກໍ່ຍັງມີບັນດາສື່ມວນຊົນອີກຫຼາຍໆຊ່ອງໃຫ້ຄວາມສົນໃຈ ທີມແພດຈາກປະເທດລາວ.
(#ແຊຣໄປໃຫ້ໂລກຮູ້ວ່ານີ້ຄືທີມແພດລາວ)













ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV
Kuanjai Magazine
