ກຳລັງເປັນກະແສ ຮືຮາ, ຫຼ້າສຸດມີຂ່າວດີເລີຍກໍ່ວ່າໄດ້ Six Sence ວົງດົນຕີຈາກປະເທດລາວ ໄດ້ຜ່ານເຂົ້າຮອບໃນການແຂ່ງຂັນວົງດົນຕີ ລະດັບມັດທະຍົມ ໃນລາຍການ Hotwave Music Awards 2018.
เพลง แพ้ทาง – วง Six Sence#เชียร์ยกสถาบันมันส์ทั้งประเทศ #HWMA2018 #GMM25
Posted by Hotwave Music Awards on Sunday, August 5, 2018
ເຊິ່ງການແຂ່ງຂັນວົງດົນຕີເພງ ໃນລາຍການ Hotwave Music Awards 2018 ເປັນລາຍການປະກວດວົງດົນຕີໃນລະດັບ ມັດທະຍົມ ທີ່ໃຫ່ຍທີ່ສຸດໃນປະເທດເພື່ອນບ້ານ (ປະເທດໄທ), ເຊິ່ງໃນປີນີ້ ໍກໍ່ພິເສດສຸດໆ ໂດຍການບໍ່ຈຳກັດພົມແດນລະຫວ່າງການປະກວດ ເປີດໂອກາດໃຫ້ນ້ອງໆໄວໜຸ່ມນ້ອຍຈາກປະເທດລາວເຮົາທີ່ມີຄວາມສາມາດໄດ້ໂຊສີມືທາງດົນຕີ ແລະ ປະເທດລາວເຮົາກໍ່ມີ ນ້ອງໆວົງ Six Sence ເດີນທາງໄປປະກວດ ແລະ ໂຊຄວາມສາມາດ ເຊິ່ງເປັນທີ່ຍອມຮັບຂອງກຳມະການ ຈົນເຮັດໃຫ້ຜ່ານເຂົ້າໄປໃນຮອບຕໍ່ໄປໃນທີ່ສຸດ.
(ຊົມເຊີຍ ແລະ ຂໍເປັນໃຫ້ກຳລັງໃຈນ້ອງໆ ເກັ່ງຫຼາຍໆ)
ຮູບພາບຈາກ: Facebook Hotwave Music Awards