ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ຫຼ້າສຸດ ເຕີ້ຍ ຈະລິນພອນ ຈຸນກຽດ ນັກສະແດງສາວຊື່ດັງຈາກປະເທດໄທ ກໍ່ໄດ້ເດີນທາງມາຢ້ຽມຢາມ ທີ່ ນະຄອນຫຼວງພະບາງ ພ້ອມຖ່າຍຮູບວັດວາອາຮາມ, ສະຖານທີ່ທ່ອງທ່ຽວສຳຄັນທາງປະຫວັດສາດ, ການເຮັດບຸນໃສ່ບາດ ປະເພນີແບບລາວໆ ແລະ ທຳມະຊາດທີ່ຍັງຄົງຄວາມງາມ ຄວາມຂຽວອຸ່ມທຸ່ມ ພ້ອມຍ້ອງປະເທດລາວຜ່ານແຄັບຊັ່ນທາງອິນສະຕາແກຣມວ່າ: ”Laos! You are so beautiful”
ສຳລັບ ເຕີ້ຍ ຈະລິນພອນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີູຄົນຕິດຕາມໃນ ອິນສະຕາແກຣມ ເກືອບ 6ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ. (ປະຊາຊົນລາວຍິນດີຕ້ອນຮັບນັກທ່ອງທ່ຽວທຸກໆຄົນ)
ປັດຈຸບັນ ເຕິ້ຍ ຈະລິນພອນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍ່ຢ່າລືມມາຢ້ຽມຢາມ ທ່ອງທ່ຽວ ປະເທດລາວ ອີກເດີ້ “Welcome to Laos”
ຮູບພາບ: ig/toeyjarinporn