ເຊື່ອວ່າແຟນໆຄົງຈະໄດ້ຮູ້ກັນແດ່ແລ້ວ ກ່ຽວກັບຊື່ສຽງຮຽງນາມຂອງ ດຣ. ຈັນດາລີ ສິດພະໄຊ ຫຼື ທີ່ຮູ້ກັນໃນນາມ ໜໍ ແນ່ງ ເຊິ່ງບໍ່ພຽງແຕ່ໃນປະເທດລາວເຮົາທີ່ໃຫ້ຄວາມສົນໃຈກ່ຽວກັບ ໝໍ ແນ່ງ ຄົນນີ້ ເພາະຍັງມີສື່ມວນຊົນຕ່າງຊາດໃຫ້ຄວາມສົນໃຈ ແລະ ໃນເທີງໂລກອອນລາຍກໍ່ມີການ ກົດໄລ້ ກົດແຊຣຮູບພາບ ແລະ ມີການກ່າວເຖິງໝໍສາວຄົນນີ້ກັນຢ່າງຫຼວງຫຼາຍ.
ໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະລວບລວມເອົາຮູບພາບໃນຂະນະປະຕິບັດໜ້າທີ່ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທາງພາກໃຕ້ຂອງ ໝໍ ແນ່ງ ມາຝາກ…
ສຳລັບ ໝໍ ແນ່ງ ຈັນດາລີ ເປັນເນັດໄອດໍ້ລາວອີກໜຶ່ງຄົນ ເປັນແມ່ຍິງທີ່ມີຄວາມສາມາດຮອບດ້ານ ສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ອັງກິດ, ຈີນ, ໄທ ປັດຈຸບັນແມ່ນກຳລັງສຶກສາຕໍ່ຢູ່ທີ່ ປະເທດ ອັງກິດ ແລະ ສຳລັບວຽກງານໃນວົງການບັນເທີງ ໝໍ ແນ່ງ ເປັນເຈົ້າຂອງມົງກຸດ ມິສລັກ ປີ2004 ແລະ ມີຜົນງານທາງດ້ານວົງການບັນເທີງເຊັ່ນການສະແດງຮູບເງົາຫຼາຍເລື່ອງ ມີຜົນຖ່າຍແບບໃຫ້ວາລະສານດັງຫຼາຍສະບັບ ແລະ ເພິ່ນຍັງເປັນເຊເລັບຄົນດັງອີກໜຶ່ງຄົນຂອງລາວເຮົາອີກດ້ວຍ.
ງາມ, ເກັ່ງ ເປັນແມ່ຍິງທີ່ມີຄວາມສາມາດຮອບດ້ານແທ້ໆ ແບບນີ້ຕ້ອງຂໍຕົບມືດັງໆໃຫ້ ໝໍ ແນ່ງ ໃນຖານະທີ່ເປັນ ແມ່ຍິງລາວທີ່ມີຄວາມສາມາດຮອບດ້ານອີກໜຶ່ງຄົນ (ຂໍຊົມເຊີຍ)
ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV