ປຣາງ ກັນນະຣັນ ວົງຂະຈອນໄກ (ຫຼື ແມ່ຍິງຈັນວາດ) ນັກສະແດງຊື່ຈາກປະເທດເພື່ອນບ້ານ ເດີນທາງເຊັກອິນທີ່ປະເທດລາວ ໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເຊິ່ງນາງໄດ້ເດີນທາງມາທີ່ ນະຄອນປາກເຊ ແຂວງ ຈຳປາສັກ, ເຊິ່ງການເດີນທາງມາປະເທດລາວຂອງ ປຣາງ ໃນເທືອນີ້ແມ່ນໄດ້ມາເຮັດການສະແດງລະຄອນເພງພ້ອມກັບນັກສະແດງອີກຫຼາຍທ່ານ.
ສຳລັບ ປຣາງ ກັນນະຣັນ ອາຍຸ 27 ປີ ເປັນນັກສະແດງອີກໜຶ່ງທ່ານທີ່ມີຜົນງານຜ່ານມາຢ່າງຫຼວງຫຼາຍ ແລະ ຄົນກໍ່ຈະຮູ້ຈັກ ເອີ້ນຊື່ກັນຕິດປາກໃນບົດບາດຂອງ “ແມ່ຍິງ ຈັນວາດ” ໃນລະຄອນຍອດຮິດ “ບຸບເພສັນນິວາດ”
(ຢ່າງໃດກໍ່ຂໍຕ້ອນຮັບ “ແມ່ຍິງ ຈັນວາດ” ເຂົ້າສູ່ປະເທດລາວ)
ຮູບພາບ: IG/ ladiiprang