ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເປັນລູກຊາຍ ນາມວ່າ “ເວຫາ”ນໍ້າໜັກແລກເກີດ 3.33 kg.
ຫຼ້າສຸດ ເຈ້ຍ ປາຊີຟິກ ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ຄໍ້າກໍາຮັບອ້າຍ ເວຫາ ກັບບ້ານ ໃຜຢາກມາ ຫລີ້ນໄພ້ ກິນເຂົ້າປຸ້ນ ກິນເຂົ້າປຽກ ແລະ ອາຫານແຊບໆ ເຊີນມາໂລດເດີ້ ຢູ່ບ້ານສາຍນໍ້າເງີນ ຖາມທາງມາທາງເຟດບຸກກະໄດ້ ສົ່ງຂໍ້ຄວາມມາເລີຍ ຍິນດີຕ້ອນຮັບ ທຸກໆຄົນເດີ້”
“ພໍ່ເຖົ້າໃຫຍ່ ພໍ່ເຖົ້າ ສີສະຫວາດ ແກ້ວບຸນພັນ ມາອຸ້ມຮັບຂວັນຫລານຊາຍ ທ້າວ ເວຫາ ແກ້ວບຸນພັນ ?
?”
ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ນ້ອງ ເວຫາ ໜ້າຮັກຫຼາຍໆ.
ທີ່ມາ: Phoumsana Sirivongsa