ກາຍເປັນ Talk of the town ຫຼັງຈາກທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການແບບສົດໆຮ້ອນ ເພື່ອປະຕິບັດວິໄນຕໍ່ປະທານສະໂມສອນວຽງຈັນຍູໄນເຕັດ ເນື່ອງຈາກວັນທີ 25 ສິງຫາ 2018 ຜູ້ກ່ຽວໄດ້ໄລ້ສົດທາງເຟສບຸກ (Facebook) ສ່ວນຕົວວິຈານທາງເຂົ້າສະຫະພັນບານເຕະແຫ່ງຊາດລາວແບບບໍ່ເໝາະສົມ, ຫຼ້າສຸດພໍແຕ່ຮູ້ຂ່າວການປະສັ່ງປະຕິບັດວິໄນ ໂບ ພິຈິກາ ກໍໄດ້ໂພສເປີດໃຈຜ່ານເຟສບຸກສ່ວນຕົວ ຊີ້ແຈງວ່າທີ່ຕົນໄລ້ສົດໄປເພາະຄວາມຫວັງດີ ແລະ ຂໍຮັບຜິດຊອບຕໍ່ການກະທຳໃນເທື່ອນີ້ດ້ວຍການອອກມາຂໍໂທດ ພ້ອມຂໍລາອອກຈາກ ແລະ ຈະບໍ່ຂໍກ່ຽວຂ້ອງຕໍ່ກິລາບານເຕະທຸກຊະນິດ.

ແຖມ ໂບ ພິຈິກາ ປະທານສະໂມສອນວຽງຈັນຍູໄນເຕັດ ຍັງອອກມາໄລ້ (Live) ສົດເປີດໃຈເປັນເວລາເກືອບ 1ຊົ່ວໂມງທັງນໍ້າຕາ ພ້ອມບອກໃຫ້ເລື່ອງຂອງຕົນເປັນອຸທາຫອນ, ເຮັດໃຫ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.
https://www.facebook.com/iamphijika/videos/10156418118056480/
(ມີຄລິບຕົ້ນເຫດທີ່ເຮັດໃຫ້ ປະທານສະໂມສອນວຽງຈັນຢູໄນເຕັດ ຖືກສັ່ງປະຕິບັດວິໄນ)
https://www.facebook.com/iamphijika/videos/10156409690166480/
(ແຈ້ງການ ຈາກສະຫະພັນບານເຕະລາວ)











ທີ່ມາ: fb/Phijika Boonkwang
Kuanjai Magazine
