Breaking News

ງາມຫຼາຍໆ! ຫຼິງຫຼິງ ປິຍະດາ ລຽບຫຼູໃນຊຸດໄໝລາວປະຍຸກ (ງານນີ້ນາງກິນຂາດ!!!)

ແບ່ງປັນ

ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດເຈິນາງໃນງານຖະແຫຼງຂ່າວ Miss Laos 2018 ຈັດຂຶ້ນເມື່ອຕົ້ນອາທິດທີ່ຜ່ານມາ, ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ, ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ເປັນທີ່ສົນໃຈຂອງຄົນໃນງານ ເຊິ່ງນາງມາໃນຊຸດລຽບຫຼູ ເປັນຊຸດໄໝລາວປະຍຸກ ສີຟ້າ, ແບບນີ້ຂໍ Confirm ເລີຍເດີ້ວ່າງານນີ້ໃຫ້ຄະແນນນາງເຕັມ 10 ໄປເລີຍ!!!

Piyadar inthavong from laos ?? # สะบัดต่อไม่รอแล้วนะ

Posted by Pitadar Lingling Inthavong on Tuesday, September 4, 2018

 

ຊະນີIndy ກໍ່ບໍ່ພາດທີ່ຈະເກັບຮູບ ຫຼິງຫຼິງ ປິຍະດາ ມາຝາກ ມາເບິ່ງກັນເລີຍ!!!

ເປັນແນວໃດ…ງາມ ໂດດເດັ່ນສຸດໆເລີຍວ່າບໍ່ ຜ້າໄໝ ຫຼື ຊຸດໄໝລາວເຮົາເບິ່ງເທົ່າໃດກໍ່ບໍ່ເບື່ອ ບໍ່ວ່າຈະເປັນດາລາ ເຊເລັບ ຫຼື ຄົນທຳມະດາແບບໄທເຮົາເຈົ້າຂ້ອຍ ເມື່ອໄດ້ໃສ່ແລ້ວກໍ່ເບິ່ງແລ້ວງົດງາມ ມີເອກະລັກແບບສຸດໆ.

ຮູບພາບ: Pitadar Lingling Inthavong

ແບ່ງປັນ