ເປັນຮູບພາບທີ່ອົບອຸ່ນ ແລະ ໜ້າຮັກຫຼາຍໆ ຫຼ້າສຸດ ຊາຄຣິດ ແຍ້ມນາມ ພະເອກດັງຈາກປະເທດໄທ ກໍ່ໄດ້ພາພັນລະຍາ ແລະ ລູກຊາຍທີ່ໜ້າຮັກ ມາທ່ອງທ່ຽວ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍອາທິດທີ່ຜ່ານມາ.
ຊາຄຣິດ ແຍ້ມນາມ ແລະ ແອນ ພັນລະຍາ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນຜ່ານ ອິນສະຕາແກຼມ, ເຊິ່ງແຕ່ລະຮູບພາບກໍ່ເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງຄອບຄົວທີ່ໄດ້ມາສຳຜັດທຳມະຊາດ, ວິຖີຊີວິດ ແລະ ວັດທະນະທຳຂອງລາວເຮົາ.
ສຳລັບ ຊາຄຣິດ ເພິ່ນກໍໄດ້ພາລູກ ແລະ ເມຍຂອງເພິ່ນເຮັດບຸນໃສ່ບາດໃນມື້ ບຸນຫໍ່ເຂົ້າປະດັບດິນ ໃສ່ບາດພຣະຈຳນວນ 200 ອົງ ຖືເປັນການພາລູກຊາຍ ນ້ອງ ໂພຣ ໃສ່ບາດເປັນເທື່ອທຳອິດອີກດ້ວຍ ເບິ່ງແລ້ວເປັນຮູບພາບຄອບຄົວທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນຫຼາຍໆ.
ຢ່າງໃດແຟນຄລັບຊາວລາວກໍ່ຍິນດີຕ້ອນຮັບຄອບຄົວຂອງ ຊາຄຣິດ ພະເອກດັງຈາກປະເທດເພື່ອນບ້ານ. #ແຊຣໄປໃຫ້ໂລກຮູ້ໃຜໆກໍ່ຢາກມາປະເທດລາວ
ຮູບພາບ: shahkrit , monkeyann_9