ມີຂ່າວເປັນທີ່ໜ້າຍິນດີ ແລະ ໜ້າຊື່ນຊົມ ມາຝາກພໍ່ແມ່ພີ່ນ້ອງໃຫ້ໄດ້ຕົບມື ສະແດງຄວາມຍິນດີກັບວົງການ ການສຶກສາລາວ ຫຼ້າສຸດ ທ້າວ ສອນທະລີ ວິໄລສັກ ນັກສຶກສາຄົນທຳອິດທີ່ໄດ້ ໃບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ຂອງສາຂາວິຊາກົດໝາຍອາຍາ. (ເກັ່ງຫຼາຍ! ຂໍສະແດງຄວາມຍິນດີ)
ສຳລັບ ສອນທະລີ ວິໄລສັກ ມີຖານຖິ່ນກຳເນີດທີ່ ບ້ານຫາດຮ່ຽນ ນະຄອນຫລວງພະບາງ, ໜຸ່ມຄົນນີ້ເຄີຍເປັນອະດີດນັກຮຽນເກັ່ງລະດັບຊາດ ອັນດັບທີ 3 ວິຊາ ພາສາລາວ-ວັນນະຄະດີ, ໃບປະກາສະນີຍະບັດແດງ ມ 7, ກຽດນິຍົມ ອັນດັບ 2 ຈາກວິທະຍາໄລລາວນາໆຊາດ ແລະ ລ່າສຸດ ກໍສາມາດຄວ້າກຽດນິຍົມເປັນຄົນທຳອິດຂອງສາຂາວິຊາກົດໝາຍອາຍາ, ຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດມາໄດ້ແບບສົດໆຮ້ອນໆ.
ບອກໄດ້ເລີຍວ່າຄວາມສາມາດຂອງບ່າວຄົນນີ້ບໍ່ທຳມະດາອີ່ຫລີ ເພາະເປັນນັກຮຽນເກັ່ງຕັ້ງແຕ່ນ້ອຍຈົນມາຮອດປັດຈຸບັນ ສາມາດຮັກສາມາດຕະຖານຄວາມເກັ່ງໄດ້ຢ່າງຄົງເສັ້ນຄົງວາ ເຖິງແມ່ນວ່າຈະເຮັດວຽກ ແລະ ຮຽນໄປພ້ອມໆກັນກໍຕາມ.
ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້. ຖືວ່າເປັນຕົວແບບທີ່ດີໃຫ້ກັບນ້ອງໆຫລາຍໆຄົນເພື່ອຮຳຮຽນເອົາເປັນແບບຢ່າງ.
ທີ່ມາ: GooD Students in LPB ນັກຮຽນເກັ່ງ ແຂວງຫຼວງພະບາງ