ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ?
ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້:
- ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ
- ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່
- ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ
- ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ
- ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ
- ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ
- ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ
ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!!
- ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ
- ເຈັບຈົນກິນອາຫານບໍ່ໄດ້
- ເຈັບທ້ອງ ແລະ ຮາກ ຫຼາຍກວ່າ 3-4ຄັ້ງ
- ເຈັບທ້ອງຫຼາຍເມື່ອເວລາເຄື່ອນເໜັງຮ່າງກາຍ
- ເຈັບທ້ອງທີ່ບໍລິເວນທ້ອງນ້ອຍເບື້ອງຂວາ
- ເຈັບທ້ອງຮຸນແຮງຈົນນອນບໍ່ຫຼັບ
- ເຈັບທ້ອງ ແລະມີເລືອດອອກບໍລິເວນຊ່ອງຄອດ
- ເຈັບທ້ອງ ແລະ ມີອາການຫັນໃຈຝືດ ເໝື່ອຍ
- ເຈັບທ້ອງບວກກັບມີອາການວິນຫົວ ປວດຮາກ ໜ້າມືດ ເປັນລົມ
- ເຈັບທ້ອງຈົນຮູ້ສຶກປວດໄປຮອດຫຼັງ
ຈະເຫັນໄດ້ວ່າອາການເຈັບທ້ອງ ບໍ່ແມ່ນເລື່ອງນ້ອຍໆ ເຖິງແມ່ນວ່າຈະເຈັບໜ້ອຍດຽວ ກໍ່ບໍ່ຄວນລະເລີຍ ຕ້ອງຮູ້ຈັກໜັ່ນສັງເກດຮ່າງກາຍຂອງຕົວເອງສະເໝີ ຫາກເກີດອາການຜິດປົກກະຕິກໍ່ຄວນພົບແພດທັນທີ
ທີ່ມາ: https://health.mthai.com/howto/health-care/21064.html