Breaking News

ຕຸກກີ້ ນັກສະແດງຕະຫຼົກຊື່ດັງເດີນທາງເຊັກອິນທີ່ລາວ ພ້ອມບໍ່ພາດທີ່ຈະເຮັດແບບນີ້…

ແບ່ງປັນ

ນັບຄັ້ງບໍ່ຖ້ວນສຳລັບ ຕຸກກີ້ ສຸດາລັດ ບຸດພົມ (ຫຼື ຕຸກກີ້ ຊິງລ້ອຍຊິງລ້ານ) ນັກສະແດງຕະຫຼົກຊື່ດັງຂອງປະເທດເພື່ອນບ້ານ ທີ່ມີໂອກາດໄດ້ເດີນທາງມາຢ້ຽມຢາມປະເທດລາວ  ແລະ ເມື່ອທ້າຍອາທິດທີ່ຜ່ານມາກໍ່ໄດ້ມີການເຄື່ອນໄຫວທີ່ ອິນສະຕາແກຼມ ຂອງເພິ່ນວ່າໄດ້ເດີນທາງມາທີ່ປະເທດລາວອີກຄັ້ງ ພ້ອມເຊັກອິນບອກແຟນໆໃຫ້ໄດ້ຮັບຮູ້ກັນອີກດ້ວຍ.

ແລະ ການມາໃນເທື່ອນີ້ ຂອງ ຕຸກກີ້ ສຸດາລັດ ກໍ່ບໍ່ພາດທີ່ຈະເດີນທາງໄປທີ່ ສະຖານທີ່ສັກສິດຄູ່ບ້ານຄູ່ເມືອງຂອງປະເທດລາວນັ້ນກໍ່ຄຶ ວັດສີເມືອງ ເພື່ອເຮັດບຸນ ພ້ອມທັງໂພສຮູບ ພ້ອມແຄັບຊັ່ນ ເອົາບຸນມາຝາກບັນດາແຟນຄລັບຂອງນາງອີກດ້ວຍ.

ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕຸກກີ້ ເຂົ້າສູ່ປະເທດລາວ, ແລ້ວຢ່າລືມມາຢ້ຽມຢາມກັນໃໝ່ເດີ້!!!

ຮູບພາບ: IG/tukky66

ແບ່ງປັນ