Breaking News

ໄດ້ແລ້ວ! ຄູ່ຂອງ ສຸກ ສາຍສີ ໜຸ່ມໂສດຈາກລາວ ໃນລາຍການດັງ Take Me Out Thailand  ງານນີ້ໄດ້ສາວໄທໄປຄວງ!!!

ແບ່ງປັນ

ໄດ້ແລ້ວເດີ້… ຢາກຈະມາຝອຍເລື່ອງປະເດັນ Talk of the town ໃນຊ່ວງທ້າຍອາທິດທີ່ຜ່ານມາ ຫຼັງຈາກໄດ້ຮູ້ກັນໄປຄ່າວໆແລ້ວວ່າ ສຸກ ສາຍສີ ອາຍຸ 23 ປີ ອາຊີບນັກຮ້ອງ ເປັນໜຸ່ມໂສດຈາກປະເທດລາວ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ທີ່ປະເທດໄທ, ຫຼ້າສຸດເພິ່ນກໍ່ໄດ້ສາວມາຄວງແລ້ວເດີ້ ເປັນສາວໄທ ໜ້າຕາໜ້າຮັກ ນາມວ່າ ຝ້າຍ, ຫັນແນ່…ເວົ້າມາແລ້ວກໍ່ຢາກເຫັນແມ່ນບໍ່ວ່າສາວໄທຂອງໜຸ່ມລາວຄົນນີ້ຈະມີນິດໃສໃຈຄໍ ແລະ ມີຄວາມໜ້າຮັກປານໃດ ລອງມາເບິ່ງຄລິບທີ່ ຊະນີIndy ໄດ້ເອົາມາຝາກກັນນີ້ເບິ່ງເນາະ.

 

ເບິ່ງແລ້ວເປັນແນວໃດແດ່ ທັງສອງເໝາະສົມກັນແດ່ບໍ່? ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດຕໍ່ໄປ ກໍຄົງຕ້ອງໄດ້ຕິດຕາມກັນໄປແບບຍາວໆ ແລະ ຈັບຕາກັນແບບບໍ່ໄດ້ຫຼັບ ບໍ່ໄດ້ນອນກັນເລີຍເດີ້ງານນີ້!!!

ຮູບພາບ ແລະ ຄລິບຈາກ: Take Me Out Thailand

ແບ່ງປັນ