3 ສຸດຍອດ ອາຫານສ້າງກ້າມຊີ້ນ ມີຫຍັງແດ່?
ໜຸ່ມໆສາວໆຄົນໃດທີ່ຕ້ອງການຢາກສ້າງກ້າມຊີ້ນໃຫ້ຕົນເອງນັ້ນ ບໍ່ເປັນເລື່ອງຍາກອີກຕໍ່ໄປ ພຽງແຕ່ເລືອກກິນອາຫານຕາມນີ້ ຮັບຮອງໄດ້ເລີຍວ່າມີກ້າມຊີ້ນຢ່າງແນ່ນອນ ໄປເບິ່ງພ້ອມກັນເລີຍ…
- ອາຫານປະເພດໄຂ່
ເປັນທີ່ຮູ້ຈັກກັນດີແລ້ວວ່າ ໄຂ່ເປັນແຫຼ່ງ protein ຊັ້ນດີ ທີ່ສາມາດຫາຊື້ໄດ້ງ່າຍຕາມຕະຫຼາດ ແລະ ຍັງມີລາຄາຖືກອີກ ໄຂ່ 1 ໜ່ວຍ ຈະມີສ່ວນປະກອບຂອງ protein ປະມານ 6 ກຼາມ ປະກອບດ້ວຍໄຂ່ຂາວ 4 ກຼາມ ແລະໄຂ່ແດງ 2 ກຼາມ ນອກຈາກນີ້ ໃນໄຂ່ຍັງມີແຮ່ທາດ ແລະ ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຢູ່ຫຼາຍ ມີທັງໄຂມັນທີ່ຈໍາເປັນ, vitaminD, vitaminB6, vitaminB12, ເຫຼັກ, calcium, phosphorus ແລະ potassium ເຊິ່ງສານອາຫານເຫຼົ່ານີ້ ລ້ວນແຕ່ຈໍາເປັນ ແລະມີປະໂຫຍດຕໍ່ຮ່າງກາຍ ແຕ່ຄົນທີ່ມີອາຍຸຂ້ອນຂ້າງຫຼາຍແລ້ວ ອາດຈະເນັ້ນກິນສະເພາະໄຂ່ຂາວເປັນຫຼັກ ເພາະໃນໄຂ່ແດງຈະມີ cholesterol ສູງ ເຊິ່ງບໍ່ເໝາະສົມກັບຜູ້ສູງອາຍຸນັ້ນເອງ
- ອາຫານປະເພດນົມ
ບໍ່ວ່າຈະເປັນນົມຝຸ່ນ, ນົມປ່ອງ, ນົມສົດ ຫຼືແມ່ນຫຍັງກໍຕາມ ທີ່ເຮັດຈາກນົມ ລ້ວນແລ້ວແຕ່ເປັນອາຫານທີ່ໃຫ້ protein ກັບຮາງກາຍສູງ ຖືວ່າເປັນອາຫານຫຼັກໆສໍາລັບຄົນທີ່ຕ້ອງການສ້າງກ້າມຊີ້ນຕ້ອງກິນເລີຍກໍວ່າໄດ້ ແລະ ນົມຍັງຍັງສາມາດຊື້ໄດ້ງ່າຍ ແລະ ມີລາຄາບໍ່ແພງ ນອກຈາກນີ້ແລ້ວນົມຍັງມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຂ້ອນຂ້າງຫຼາຍເຊັ່ນ: vitaminA, vitaminE, vitaminK ແລະແຮ່ທາດຕ່າງໆ ຖືໄດ້ວ່າເປັນອາຫານທີ່ມີປະໂຫຍດຕໍ່ການຈະເລີນເຕີບໃຫຍ່ຂອງຮ່າງກາຍເລີຍກໍວ່າໄດ້
- ເຂົ້າກ້ອງ
ເປັນອີກໜຶ່ງອາຫານທີ່ຖືວ່າເປັນສິ່ງທີ່ຄູ່ກັບຜູ້ທີ່ເນັ້ນການອອກກໍາລັງກາຍ ແບບເສີມກ້າມຊີ້ນນັ້ນກໍຄື “ເຂົ້າກ້ອງ” ທີ່ຫຼາຍຄົນຮູ້ຈັກ ເປັນເຂົ້າທີ່ບໍ່ຜ່ານການຂັດຂາວ ຫຼືເຂົ້າທີ່ພຽງແຕ່ແກະເອົາເປືອກອອກເທົ່ານັ້ນ ເຮັດໃຫ້ເມັດເຂົ້າຍັງມີເຍື່ອ ແລະເສັ້ນໃຍຫຸ້ມຢູ່ ເຊິ່ງຈຸດນີ້ເອງ ເປັນແຫຼ່ງອຸດົມໄປດ້ວຍສານອາຫານທີ່ຈໍາເປັນຕໍ່ຮ່າງກາຍ ບໍ່ວ່າຈະເປັນ calcium, phosphorus, ເຫຼັກ, ທອງແດງ ແລະ ອື່ນໆ ສິ່ງສໍາຄັນຍັງເປັນອາຫານທີ່ມີເສັ້ນໃຍທໍາມະຊາດສູງ ເຮັດໃຫ້ຊ່ວຍໃນລະບົບຂັບຖ່າຍອີກດ້ວຍ ເຂົ້າກ້ອງເປັນສຸດຍອດອາຫານສໍາລັບຄົນຕ້ອງການສ້າງກ້າມຊີ້ນ ກໍຄືມີ protein ຢູ່ປະມານ 7-12% ແລະຍັງອຸດົມໄປດ້ວຍວິຕາມິນຕ່າງໆເຊັ່ນ: vitaminB1, vitaminB2 ແລະ vitaminB ລວມເຊິ່ງເໝາະສົມກັບຄົນທີ່ຢາກສ້າງກ້າມຊີ້ນ.
ທີ່ມາ: ວາລະສານ ຂວັນໃຈ
ຮູບພາບ: Google