Breaking News

ບໍ່ມີມື້ຮັ່ງຍ້ອນເຮັດແບບນີ້! 8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ

ແບ່ງປັນ

8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ

  1. ນັ່ງຖ້າໂຊກຊະຕາ ແຕ່ບໍ່ຄິດທີ່ຈະລົງມືເຮັດ

ສາວໆຟັງທາງນີ້ ຄົນທີ່ຈະຮັ່ງມີນັ້ນ ໂຊກຊະຕາບໍ່ໄດ້ຈະຊ່ວຍຕະຫຼອດເວລາດອກເດີ້ ເພາະສ່ວນຫຼາຍຄົນທີ່ເຂົາປະສົບຜົນສຳເລັດແມ່ນມັກຈະໄດ້ມາຈາກເຫື່ອແຮງ ແລະ ສະໝອງເທົ່ານັ້ນ ໝາຍຄວາມວ່າ ຖ້າສາວໆຢາກເປັນຄົນຮັ່ງມີກໍຕ້ອງເລີ່ມທ້ອນໂຮມ ຕ້ອງຮູ້ຈັກຄິດ ແລະ ຊອກຫາຊ່ອງທາງ ວາງແຜນການເງິນໃຫ້ຕົນເອງ ດີກວ່ານັ່ງລໍຖ້າວາດສະໜາແລ້ວໃຊ້ເງິນໄປເລື້ອຍໆ.

  1. ເງິນເດືອນຫຼາຍຂຶ້ນ ຍິ່ງໃຊ້ຈ່າຍຟຸມເຟືອຍ

ເງິນເດືອນເພີ່ມຂຶ້ນທຸກປີແມ່ນບໍ່ສາວໆ ແຕ່ພວກເພິ່ນຍັງໃຊ້ຈ່າຍຟຸມເຟືອຍ ຫາກເປັນເຊັ່ນນີ້ຄົງຈະບໍ່ມີເງິນທ້ອນແນ່ນອນ ສະນັ້ນພະຍາຍາມບໍລິຫານລາຍຮັບໃຫ້ເໝາະສົມກັບຄ່າໃຊ້ຈ່າຍທີ່ຈຳເປັນຈະດີກວ່າ ບໍ່ດັ່ງນັ້ນ ແລ້ວຢ່າຫາວ່າບໍ່ເຕືອນເດີ້

  1. ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ

ຫືມ…ບາງຄົນໃຊ້ຊີວິດຄືກັບວ່າ ມັນເປັນມື້ສຸດທ້າຍຂອງຊີວິດ ໃຊ້ຈ່າຍເງິນແບບລືມນຶກຄິດເຖິງອະນາຄົດ ມັນບໍ່ຄ່ອຍດີປານໃດເດີ້ເພິ່ນ ເພາະຫາກມີເລື່ອງສຸກເສີນ ເຮົາຈະຊ່ອຍຕົນເອງບໍ່ໄດ້ ເລື່ອງຊິຮັ່ງຊິມີຍິ່ງບໍ່ຕ້ອງເວົ້າເຖິງເລີຍ ລອງປັບປ່ຽນແນວຄິດໃໝ່ດີກວ່າເນາະ ໃຫ້ສາວໆລອງແບ່ງລາຍຮັບສ່ວນໜຶ່ງເກັບໄວ້ເພື່ອອະນາຄົດແດ່ເດີ້.

  1. ກັບຄວາມຄິດທີ່ວ່າ “ມື້ໜ້າຄ່ອຍທ້ອນກໍໄດ້”

“ມື້ໜ້າຄ່ອຍທ້ອນກໍໄດ້” ແນະ!!! ຄຸ້ນໆກັບປະໂຫຍກນີ້ແນ່ບໍ່ສາວໆ, ຕໍ່ໃຫ້ເຮັດວຽກເມື່ອຍເກືອບຕາຍ ຫຼື ຈະມີເງິນເດືອນສູງປານໃດ ບອກເລີຍວ່າຍາກທີ່ຈະຮັ່ງມີ ເພາະຫາກມີເງິນເທົ່າໃດກໍໃຊ້ຈົນໝົດ ບໍ່ເຫຼືອໄວ້ທ້ອນເຮົາກໍຈະບໍ່ມີທາງທີ່ຈະມີເງິນເປັນກ້ອນ ໄດ້ຈັກເທື່ອເດີ້ສາວໆ.

  1. ບັນຊີລາຍຮັບ-ລາຍຈ່າຍ

ຖືວ່າມີຄວາມສຳຄັນຫຼາຍກັບວິທີການໃຊ້ເງິນ ແລະ ວິທີຂອງການທ້ອນເງິນຂອງເຮົາ ເພາະຈະໄດ້ຮູ້ວ່າມື້ໜຶ່ງເຮົາມີ ລາຍຮັບ-ລາຍຈ່າຍ ເທົ່າໃດ ມື້ໜຶ່ງເຮົາຕ້ອງໃຊ້-ຕ້ອງຈ່າຍຫຍັງແດ່ ແລະ ຊ່ວຍໃຫ້ເຮົາຈະສາມາດບໍລິຫານຈັດການເງິນໄດ້ຢ່າງມີປະສິດທິພາບ ເວົ້າງ່າຍໆເລີຍກໍຄື ເຮົາຈະເຫັນວ່າເຮົາສາມາດຫຼຸດລາຍຈ່າຍທີ່ບໍ່ເປັນປະໂຫຍດສ່ວນໃດອອກໄດ້ແດ່ ເພື່ອປັບປ່ຽນພຶດຕິກຳທີ່ເໝາະສົມກັບລາຍຮັບທີ່ເຂົ້າມາທີ່ສຸດ.

  1. ສ້າງໜິ້ສິນ

ລາຍຮັບທໍ່ເກົ່າ ແຕ່ທີ່ເພີ່ມຂຶ້ນຄືໜີ້ກ້ອນໃຫ່ຍ ສາວໆທ່ານໃດທີ່ຕົກຢູ່ໃນພາລະໜີ້ສິນແບບນີ້ ຫາກປ່ອຍໄວ້ຕໍ່ໄປດອກເບ້ຍທີ່ມາກັບໜີ້ສິນ ກໍຍິ່ງເພີ່ມທະວີ ວົງວຽນການເປັນໜີ້ສິນກໍຈະຕ້ອງຊົດໃຊ້ໄປຕະຫຼອດ ແລະ ກໍຈະບໍ່ມີໂອກາດໄດ້ພົບຊ່ອງທາງແຫ່ງຄວາມຮັ່ງມີ ຊີວິດກໍບໍ່ໝັ້ນຄົງ ຈັກເທື່ອ.

  1. ຫາເງິນມາໄດ້ຫຼາຍຍິ່ງທ່ອງທ່ຽວຫຼາຍ

ໃນໄລຍະທີ່ເລີ່ມເຮັດວຽກ ຫຼື ກຳລັງຕ້ອງການແຮງບັນດານໃຈໃໝ່ໆໃຫ້ຊີວິດ ຫຼາຍຄົນກໍຄິດຍາກໜີໄປທ່ຽວໄກໆ ແລະ ທີ່ສຳຄັນແມ່ນການທ່ອງທ່ຽວແຕ່ລະເທື່ອສາວໆຈະຕ້ອງໃຊ້ເງິນຫຼາຍ ດັ່ງນັ້ນ ເງິນທີ່ທ້ອນມາຈະຕ້ອງໄດ້ເອົາອອກໄປໃຊ້ ຈົນເຮັດໃຫ້ຕ້ອງນັບໜຶ່ງເພື່ອເລີ່ມຕົ້ນທ້ອນເງິນໃໝ່ເລື້ອຍໆ.

  1. ຕິດໃຈໃນຊີວິດຫຼູຫຼາ

ອີກນິດໃສໜຶ່ງທີ່ພາໃຫ້ຫ່າງໄກຈາກຄວາມຮັ່ງມີ ກໍຄືນິດໃສທີມັກໃຊ້ຊີວິດ ແບບຫຼູຫຼາ ໂດຍສະເພາະຄົນທີ່ມັກກິນເຂົ້າຮ້ານແພງໆ ຫຼື ເຄື່ອງໃຊ້ກໍມີແຕ່ຍີ່ຫໍ້ດັງ (Bands-name) ແຕ່ຄວາມເປັນຈິງແລ້ວລາຍໄດ້ຂອງເຮົາຍັງຢູ່ແຕ່ລະດັບກາງເທົ່ານັ້ນ.

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ: Google

ແບ່ງປັນ