Breaking News

ກັບມາອີກແລ້ວ! ກັບເທສະການແຫ່ງຄວາມມ່ວນ! ມັນ! ງານນີ້ສາວໆຫ້າມພາດ Beerlao Oktober Fest 2018…

ແບ່ງປັນ

ສະບາຍດີສາວໆຂວັນໃຈ ແລະ ເພື່ອນໆທຸກຄົນ ມື້ວານນີ້!!! ແອັດ ໄດ້ຖືກເຊີນໄປຮ່ວມເປີດງານ ເທສະການ “LBC Oktoberfest 2018” ເລີຍໄດ້ເກັບພາບບັນຍາກາດ ແລະ ເອົາຮູ້ສຶກທີ່ໄດ້ໄປງານນີ້ມາເລົ່າໃຫ້ທຸກຄົນໄດ້ຮູ້ ເພື່ອຫຼາຍຄົນຍັງບໍ່ຮູ້ ແລະ ກຽມຕົວໄປຮ່ວມມ່ວນຊື່ນນຳກັນ.
ບໍລິສັດເບຍລາວ ໄດ້ນໍາເອົາງານນີ້ມາຈັດໃນລາວປີນີ້ເປັນປີທີ 2 ແລ້ວ ເພື່ອໃຫ້ຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ໄດ້ສໍາຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ.


ແອັດໄປຮ່ວມງານມື້ວານນີ້ ເລີ່ມຕັ້ງແຕ່ເຂົ້າໜ້າງານກະກໍເລີ່ມມ່ວນກັບການຖ່າຍຮູບຢູ່ມູມຕ່າງໆຂອງໜ້າງານ ພ້ອມມີສາວໆໃສ່ຊຸດພື້ນເມືອງຊາວເຢຍລະມັນ ມາຕ້ອນຮັບ ເມື່ອເຂົ້າໄປງານຍິ່ງຮູ້ສຶກວ່າຕົນເອງຢູ່ໃນຢູ່ທ່າມກາງເທສະການ Oktoberfest ຢູ່ເອີຣົບພຸ້ນແຫຼະ ມີຜູ້ຄົນມັກມ່ວນເຂົ້າຮ່ວມງານຢ່າງຫຼວງຫຼາຍຈົນເຕັມງານທັງຄົນລາວ ແລະ ຄົນຕ່າງປະເທດ, ພາກັນທັງແຕ່ງຕົວແບບຊາວພື້ນເມືອງປະເທດເຢຍລະມັນດັ່ງເດີມທາຮ່ວມງານ ຄືເປັນບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈ ເປັນຕາຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ ແລະ ໂພສລົງເຟສບຸກຊວນໝູ່ມາຮ່ວມມ່ວນນຳກັນ.


ໃນງານທຸກຄົນຈະໄດ້ພົບກັບສິລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອີຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆສະໄຕ໌ຕາເວັນຕົກ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ທີ່ມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ແລະ ຍັງມີກິດຈະກຳຫຼິ້ນເກມ ແຈກຂອງຂວັນລາງວັນໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນຄືກຄື້ນໝົດຄືນ. ພ້ອມຍັງໄດ້ຈອກເບຍໃຫຍ່ໆຕິດໄມຕິດມືກັບບ້ານໄປ ເປັນທີ່ລະນຶກຂອງງານອີກດ້ວຍ.


ງານນີ້ຈະຈັດຂຶ້ນທັງໝົດ 4 ມື້ ເທົ່ານັ້ນ ຄໍເບຍທັງຫຼາຍບໍ່ຄວນພາດງານນີ້ເດີ້ຂໍບອກ!!! ເພາະງານດີໆມ່ວນໆບັນຍາກາດແບບນີ້ ປີໜຶ່ງມີຄັ້ງດຽວເທົ່ານັ້ນ. (ມື້ນີ້ວັນສຸກ ແລງນີ້ເໝາະແກ່ການໄປສັງສັນທີສຸດ….) ພິເສດກ່ວານັ້ນ ຮັບເບຍ ແລະ ຈອກ LBC Oktoberfest ຟຣີ ສຳລັບທ່ານໃດທີ່ແຕ່ງໂຕໃຫ້ເຂົ້າກັບງານ ຫຼື ແຕ່ງແບບຊາວເຢຍມັນແບບດັ່ງເດີມ 20 ຄົນທໍາອິດຂອງທຸກໆມື້.
ມາຊົມພາບບັນຍາກາດງານມື້ວານນີ້…

ແບ່ງປັນ