ຕາງໜ້າ ສປປລາວ ແລະ ເຜົ່າມົ້ງ ທ່ານ ອາຈານ ເຕີ້ (ຊື່ເຜົ່າມົ້ງ ແມ່ນ TawbKoj TsisTxawj Dhuav) ສາມາດຄວ້າແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຄວ້າຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທີ່ ສປ ຈີນ. (ຂໍສະແດງຄວາມຍິນດີນຳຫຼາຍໆ)
ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນໃນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົ້າຫຼິນ ໃນ ສປ ຈີນ, ອາຈານ ເຕີ້ (ສາຍາ ບູດສ໌ລີລາວ ຫຼື Bruce Lee Hmong) ໄດ້ຂຶ້ນສະແດງໃນພິທີເປີດ ແລະ ລົງແຂ່ງຂັນໄດ້ຢ່າງໜ້າປະທັບໃຈ ກ່ອນຈະຄວ້າຫຼຽນຄໍາໄປຄອງ ໃນລາຍການທີ 1.
ຢ່າງໃດກໍ່ຕາມ ໜຸ່ມ ເຕີ້ ສາຍາ ບູດສ໌ລີລາວ ຄົນນີ້ຈະລົງແຂ່ງຂັນລາຍການທີ 2 ໃນອີກມື້ທີ່ເຫຼືອ ເປັນແນວໃດພວກເຮົາຈະລາຍງານໃຫ້ຊາບພາຍຫຼັງ.
ທີ່ມາ: Lao Youth Radio FM 90.0 Mhz