ຈົບລົງໄປສຳລັບການປະກວດນາງງາມອີກໜຶ່ງເວທີໃຫ່ຍ ທີ່ແຟນນາງງາມຈັບຕາເບິ່ງ ເຊິ່ງສາວງາມທີ່ຄວ້າມົງກຸດ Miss Earth 2018 ໃນປີນີ້ກໍຄື Phuong Khanh ເປັນສາວງາມຈາກເພື່ອນບ້ານ ປະເທດ ຫວຽດນາມ (Vietnam) ເອີ້ນໄດ້ວ່ານາງມີຄວາມງາມ ເໝາະສົມກັບຕຳແໜ່ງຫຼາຍໆ.
ສ່ວນ Miss Earth Water ໄດ້ແກ່ Valeria Ayos ຈາກປະເທດໂຄລົມເບຍ (Colombia) , Miss Earth Fire ໄດ້ແກ່ Melissa Flores ຈາກປະເທດເມັກຊິໂກ Mexico ແລະ Miss Earth Air ໄດ້ແກ່ Melanie Mader ຈາກປະເທດອອສເຕຍ (Austria).
ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງຫຼາຍໆ.
ຮູບພາບ: FB/Miss Earth