ປະກາດກັນໄປແບບສົດໆຮ້ອນໆ ແລະ ແຟນໆທົ່ວໂລກກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ມີຄວາມເໝາະສົມທີ່ສາມາດພິຊິດມົງກຸດ Miss Universe 2018 ໃນປີນີ້ກໍຄື Catriona Gray ຈາກ ປະເທດ ຟິລິປິນ (Philippines) ສາວງາມຈາກເພື່່ອນບ້ານເຮົານີ້ເອງ, ງົດງາມສົມກັບຕຳແໜ່ງທີ່ສຸດ (ຂໍສະແດງຄວາມຍິນດີນຳຫຼາຍໆ)
ສຳລັບຮອງຕຳແໜ່ງມີດັ່ງນີ້:
ຮອງອັນດັບ 1 Miss Universe 2018 ໄດ້ແກ່ Miss South Africa
ຮອງອັນດັບ 2 Miss Universe 2018 ໄດ້ແກ່ Miss Venezuela
ລາງວັນພິເສດ:
ຊຸດປະຈຳຊາດດີເດັ່ນ 2018 (Best National Costume 2018) ອອນອະນົງ ຫອມສົມບັດ (Laos)
ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຕຳແໜ່ງທຸກໆຄົນເລີຍເດີ…ແຕ່ລະຄົນ ງົດງາມ ພິບໄຫວດີ ມີຄວາມສາມາດ ສົມກັບທີ່ໄດ້ຕຳແໜ່ງກັນມົດທຸກໆຄົນກັນເລີຍ.
(ຂໍຂອບໃຈຮູບພາບ)