ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ຄະນຶງນິດ ນັກສະແດງ-ພິທີກອນສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້” ເຊິ່ງເມື່ອບໍ່ດົນມານີ້ ລົດເມ ກໍໄດ້ມີໂອກາດເດີນທາງມາຢ້ຽມຢາມ ປະເທດລາວ ພ້ອມກັບເຊັກອິນທີ່ ນະຄອນຫຼວງວຽງຈັນ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນເດີ້ ເພາະສາວຄົນນີ້ຍັງມີໂອກາດໄດ້ນຸ່ງຊຸດໄໝລາວ ແຖມຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆຜ່ານອິນສະຕາແກມວ່າ “ຂໍເປັນສາວລາວ 1ມື້”
https://www.instagram.com/p/BrW3-oYDL_o/
ງານນີ້ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ບັນດາແຟນຄລັບທັງ ລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນວ່າ ລົດເມ ນຸ່ງຊຸດໄໝລາວແລ້ວງາມ ໜ້າຮັກຫຼາຍໆ, ນອກຈາກນັ້ນບັນດາແຟນໆຊາວລາວກໍຍັງເຂົ້າໄປ “ຍິນດີຕ້ອນຮັບ” ນັກສະແດງສາວຄົນນີ້ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ.







ສາວ ລົດເມ ຄະນຶງນິດ ໜ້າຮັກແບບນີ້ ໃຜຈະໃຈດຳບໍ່ໃຫ້ເປັນສາວລາວກັນໄດ້ລົງຄໍນໍ້…ວ່າບໍ່ແຟນໆ? ຢ່າງໃດກໍຂໍ “ຍິນດີຕ້ອນຮັບເຂົ້າສູ່ປະເທດລາວ” ໂອກາດໜ້າຢ່າລືມມາຢ້ຽມຢາມແຟນໆຊາວລາວກັນອີກແດ່ເດີ້ ຄົນລາວເຮົາຍິນດີຕ້ອນຮັບສະເໝີ.
ຮູບພາບ: IG/rodmayaloha
Kuanjai Magazine
