Breaking News

ເຄີຍສົງໃສບໍ່! ກິນເຂົ້າສວາຍແລ້ວ ຮູ້ສຶກງ້ວງຢາກນອນປະຈຳ ເປັນຍ້ອນຫຍັງ….?

ແບ່ງປັນ

ເຄີຍສົງໃສແດ່ບໍ່ວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ້ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma  ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ້ວງ ຫຼື ຢາກນອນໄດ້ງ່າຍ…

ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ

ເປັນແນວໃດແດ່ໄດ້ຮູ່ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບທີ່ ຊະນີIndy ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  3 ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ຈາກທາງຮ້ານ Kaogee Cafe  ແຖມຊ່ວງນີ້ເພິ່ນຍັງມີໂປໂມຊັ່ນດີໆ ຫຼຸດພິເສດເຖິງ 50% ( ເລີ່ມ 18-24 ກຸມພາ 2019 ເທົ່ານັ້ນ ) ກິນແລ້ວຈະຮູ້ສຶດສົດຊຶ່ນ ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.

ທີ່ມາ Health Mthai Team

ຮູບພາບ: Kaogee Cafe  

ແບ່ງປັນ