Breaking News

ໂລກຈາລຶກ! Karl Lagerfeld ໃນຖານະຜູ້ສ້າງຕຳນານ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ແລະ ໄອເດຍຫຼາກຫຼາຍ

ແບ່ງປັນ

ຄົນເຮົາເມື່ອຍັງມີຊີວິດກໍຈົ່ງໝັ່ນພຽນສ້າງສັນຜົນງານ ແລະ ຄວາມດີ ເພາະເມື່ອເສຍຊີວິດໄປແລ້ວກໍຈະເຫຼືອພຽງແຕ່ຊື່ໃຫ້ທຸກໆຄົນໄດ້ຈົດຈຳ ໃຫ້ຄິດຮອດຫາ, ໃນເມື່ອບໍ່ດົນມານີ້ ຂ່າວການເສຍຊີວິດຂອງ ຄາຣ ລາເກີເຟີຣ (Karl Lagerfeld) ອາຍຸ 85 ປີ ແຟຊັ່ນດີໄຊເນີລະດັບໂລກ ເຮັດໃຫ້ແຟນໆເສົ້າໄປຕາມໆກັນ ແຕ່ເຖິງເພິ່ນຈະເສຍຊີວິດໄປ ແຕ່ຜູ້ຄົນທົ່ວໂລກ ບໍ່ວ່າຈະເປັນດາລາ ເຊເລບ ຫຼື ຜູ້ທີ່ມັກຮັກໃນຜົນການກໍຕ່າງອອກມາໄວ້ອາໄລຫາກັນຢ່າງຫຼວງຫຼາຍ…

10 ເລື່ອງໜ້າຮູ້ຂອງ ຄາຣ ລາເກີເຟີຣ (Karl Lagerfeld) ແຟຊັ່ນໄອຄອນທີ່ໂລກຕ້ອງຈາກລຶກ ໃນຖານະຜູ້ສ້າງຜົນງານຕຳນານ ແລະ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ໄອເດຍແຫ່ງການຄິດສ້າງສັນ ແລະ ການອອກແບບ.

  1. ດີໄຊເນີສັນຊາດ ເຢຍລະມັນ

ຫຼາຍຄົນເຂົ້າໃຈວ່າ ຄາຣ ລາເກີເຟີຣ (Karl Lagerfeld) ເປັນຄົນສັນຊາດ ຝຣັ່ງ ເພາະຕິດພາບຄວາມເປັນຄີເອທີບໄດເລັກເຕີ (Creative Director) ໃຫ້ກັບ Chanel ແບຣນແຟຊັ່ນສັນຊາດຝຣັ່ງມາດົນ ແຕ່ທີ່ຈິງແລ້ວ Lagerfeld ເປັນຄົນສັນຊາດ ເຢຍລະມັນ ໂດຍມີຊື່ເຕັມວ່າ Karl Otto Lagerfeld ເກີດໃນວັນທີ 10 ກັນຍາ 1938 ໃນຄອບຄົວທີ່ຮັ່ງມີ ກ່ອນທີ່ເພິ່ນຈະຍ້າຍໄປຢູ່ ປະເທດ ຝຣັ່ງ ໃນປີ 1953 ເພື່ອເຮັດຕາມຄວາມຝັນ ດ້ານວົງດານແຟຊັ່ນ ໂດຍເພິ່ນຍັງເຄີຍໄດ້ບອກວ່າ ເຂົາຫຼົງໄຫຼໃນແຟຊັ່ນຕັ້ງແຕ່ນ້ອຍໆ ເມື່ອແມ່ໄດ້ພາໄປເບິ່ງແຟຊັ່ນໂຊຂອງ Dior

2. ຈຸດເລີ່ມຕົ້ນຂອງ Designer ລະດັບໂລກ

ຈຸດເລີ່ມຕົ້ນຂອງການເປັນ Designer ລະດັບໂລກ ໄດ້ເຂົ້າເຮັດວຽກທຳອິດໃນຖານະຜູ້ຊ່ວຍຂອງ Pierre Balmain ໃນປີ 1954 ໃນໄວອາຍຸພຽງ 17 ປີ ຫຼັງຈາກທີ່ໄດ້ຮັບລາງວັນຊະນະເລີດຈາກການປະກວດທີ່ຈັດໂດຍ Secrétariat International de la Laine (International Wool Association) ແລະ ແບບສະເກັດທີ່ເພິ່ນໄດ້ສົ່ງປະກວດໄດ້ຖືກນຳໄປຜະລິດແທ້ໂດຍ Pierre Balmain ແຖມຍັງມີຄວາມໂຊກດີແບບ 2 ເດັ້ງ ເພາະ ຄາຣ ລາເກີເຟີຣ ໄດ້ເຂົ້າເຮັດວຽກໃນຕຳແໜ່ງຜູ້ຊ່ວຍອີກດ້ວຍ

3. ເສັ້ນທາງການກ້າວເຂົ້າສູ່ Creative Director ຂອງ  Chanel 

ຫຼັງຈາກ ໂຄໂຄ ຊາແນວ ເສຍຊີວິດໄປ Karl Lagerfeld ໄດ້ເລີ່ມເຮັດວຽກກັບ Chanel ໃນປີ 1983 ແລະ ປະສົບຄວາມສຳເລັດຢ່າງໄວວາ ຊື່ສຽງຂອງເພິ່ນໂດ່ງດັງ ແລະ ເປັນທີ່ຍອມຮັບ ຊຶ່ງຕະຫຼອດເວລາທີ່ໄດ້ເຮັດວຽກກັບ Chanel  ລາວກໍໄດ້ຮັບການຍ້ອງຍໍວ່າເປັນຄົນທີ່ເຮັດໃຫ້ແບຣນຊາແນວມີຄວາມຫຼູຫຼາທັນສະໄໝ ເຕັມໄປດ້ວຍໄອເດຍແຫ່ງສີສັນ ແລະ ຄວາມໜ້າຕື່ນເຕັ້ນ

4. ດີໄຊເນີຜູ້ມີເອກະລັກອັນໂດດເດັ່ນ

ສິ່ງໜຶ່ງທີ່ເປັນເອກະລັກຂອງ Karl Lagerfeld ທີ່ຄົນທົ່ວໂລກຕ່າງຈື່ໄດ້ດີທີ່ສຸດກໍຄື ລຸກສູດດຳ ມັດຜົມຫາງມ້າ ໃສ່ແວ່ນຕາດຳ ແລະ ຖົງມື ເຮັດໃຫ້ຄົນທົ່ວໂລກຄຸ້ນຕາ ແລະ ຈົດຂຳບຸກຂະລິກຂອງເພິ່ນໄດ້ເປັນຢ່າງດີ

5. ໂລໂກ້ CC ທີ່ເຫຼົ່າແຟຊັ່ນນິດຕ້າຕ້ອງ…ກຣີດໆໆໆ

ໂລໂກ້ CC ທີ່ເມື່ອບໍ່ວ່າໃຜເຫັນຕ້ອງຮູ້ເລີຍວ່າແມ່ນແບຣນ Chanel ຖືເປັນຜົນງານສຳຄັນທີ່ເຮັດໄວ້ ຫຼັງຈາກລາວໄດ້ມາດຳລົງຕຳແໜ່ງ Creative Director ແຫ່ງ Chanel ໃນປີ 1984 ເຂົາກໍໄດ້ນຳເອົາໂລໂກ້ທີ່ອອກແບບໂດຍ Coco Chanel ໃນປີ 1925 ມາປັດຝຸ່ນຈົນກາຍເປັນໂລໂກ້ທີ່ໄດ້ຮັບຄວາມນິຍົມຈົນເຖິງປັດຈຸບັນ

6. ແຟຊັ່ນດີໄຊເນີທີ່ຜະລິດນໍ້າຫອມເປັນລາຍທຳອິດ

ໃຜວ່າດີໄຊເນີຕ້ອງອອກແບບແຕ່ເສື້ອຜ້າ? Karl Lagerfeld ຖືເປັນຄົນທຳອິດທີ່ລຸກຂຶ້ນມາສ້າງປະຫວັດສາດ ເພິ່ນເປັນແຟຊັ່ນດິໄຊເນີຄົນທຳອິດທີ່ຜະລິດນໍ້າຫອມ ອອກມາກັບ Chloé ໃນປີ 1975 ແລະ ປະສົບຜົນສຳເລັດ ໄດ້ຮັບຄວາມນິຍົມມາຈົນເຖິງປັດຈຸບັນ

7. ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໃນການຫຼຸດນໍ້າໜັກ

ໃຜຈະເຊື່ອວ່າເຫັນເພິ່ນຈ່ອຍແບບນີ້ ແຕ່ຮູ້ບໍ່ວ່າໃນເມື່ອ 18 ທີ່ແລ້ວລາວເຄີຍຕຸ້ຍ ກ່ອນທີ່ຈະຫັນມາເອົາໃຈໃສ່ເບິ່ງແຍງສຸຂະພາບດ້ວຍການຫຼຸດນໍ້າໜັກລົງເຖິງ 42 kg ປ່ຽນລຸກຈາກຜູ້ຊາຍຕຸ້ຍ ກາຍເປັນຜູ້ຊາຍທີ່ມີຮູບຮ່າງ ແລະ ສຸຂະພາບທີ່ດີພາຍໃນ 13 ເດືອນ ໂດຍມີດີໄຊເນີເສື້ອຜ້າຂອງ Hedi Slimane ເປັນແຮງບັນດານໃຈຂອງເພິ່ນ ຈາກຄວາມສຳເລັດໃນການຫຼຸດນໍ້າໜັກໃນເທື່ອນັ້ນລາວກໍໄດ້ຂຽນໜັງສືຊື່ The 3D Diet ເພື່ອແຊຣປະສົບການໃນການຫຼຸດນໍ້າໜັກຂອງຕົວເອງ ເຊິ່ງໜັງສືເຫຼັ້ມດັ່ງກ່າວຖືກຈັດຈຳໜ່າຍໄປທົ່ວໂລກດ້ວຍຍອດຂາຍກວ່າ 200,000 ເຫຼັ້ມກັນເລີຍ

8. KARL LAGERFELD is KARL LAGERFELD

ນອກຈາກບົດບາດການເປັນຄີເອທີບໄດເລັກເຕີໃຫ້ກັບແບຣນດງັ Lagerfeld ຍັງເຮັດແບຣນຂອງໂຕເອງ ທີ່ມີຊື່ດຽວກັບຊື່ຂອງລາວເອງວ່າ “KARL LAGERFELD” ທີ່ຂະຫຍາຍຕົວຈາກແຟຊັ່ນໄປຈົນເຖິງງານ illustration, ການ Styling, ງານຂຽນໜັງສື ແລະ ການຖ່າຍພາບ ຈົນໂລກຕ້ອງບັນທຶກໄປອີກຂໍ້ວ່າເພິ່ນເປັນຊ່າງພາບທີ່ມີສິມືອີກຄົນໜຶ່ງ

9. ເຈົ້າພໍ່ Collaborations

ອີກໜຶ່ງສາຍາຂອງ Karl Lagerfeld  ກໍຄື King of Collaborations ເພາະບໍ່ວ່າຈະຈັບມືກັບແບຣນໃດກໍລ້ວນແຕ່ສ້າງສຽງຮືຮາ ແລະ ຂາຍໝົດພຽງພິບຕາດຽວ ເອີ້ນໄດ້ວ່າແບບນີ້ບໍ່ໄດ້ມີງ່າຍໆ ໂດຍທີ່ຜ່ານມາເພິ່ນໄດ້ອອກຄໍເລັກຊັ່ນກັບແບຣນດັງໆທ໋ອບໆມາແລ້ວຫຼາກຫຼາຍເຊັ່ນ: Jaspal ,Vans, Tokidoki, Shu Uemura, H&M, Diet Coke,Fossil ແລະ Louis Vuitton

ແລະ ທີ່ເດັ່ນໆເລີຍກໍຄືການອອກແບບໃຫ້ກັບ Hôtel de Crillon ທີ່ເຮັດໃຫ້ Karl Lagerfeld ໄດ້ໂຊພອນສະຫວັນດ້ານການອອກແບບການດີໄຊຕາມອິນທີເຣຍ ດ້ວຍການອອກແບບຫ້ອງ suite 2 ຫ້ອງໃຫ້ກັບໂຮງແຮມ Hôtel de Crillon ເມື່ອປີ 2017 ເຊິ່ງເປັນໂຮງແຮມ iconic ຢູ່ທີ່ ກຣຸງ ປາຣີດ ແລະ ຍັງໄດ້ຮັບລາງວັນ “Outstanding Achievement Award” ຈາກ British Fashion Award ແລະ ລາງວັນ John B. Fairchild Award ຈາກ WWD ອີກດ້ວຍ

10. ຜູ້ຢູ່ເບື້ອງຫຼັງສຸດຍອດຣັນເວຍໂຊຂອງ Chanel

ທຸກໆປີ Karl Lagerfeld ຈະຮັບຕຳແໜ່ງ Artistic Director ຕັ້ງແຕ່ປີ 1983 ຈະສ້າງແຟຊັ່ນໂຊ 6 ເທື່ອຕໍ່ປີ ທຸ່ມທຶນມະຫານສານເພື່ອຈັດສ້າງທີ່ອະລັງການ ໜ້າຕື່ນເຕັ້ນ ໃຫ້ເຫຼົ່າແຟຊັ່ນນິດຕ້າທັງຫຼາຍໄດ້ຕື່ນຕະການຕາໄປກັບຄໍເລັກຊັ່ນໃໝ່ໆຂອງ Chanel ທີ່ຖືກນຳມາຖ່າຍທອດຜ່ານແຟຊັ່ນໂຊ ຈົນເຮັດໃຫ້ແບຣນຖືກຈົດຈຳເປັນປະຫວັດສາດໃນວົງການແຟຊັ່ນຫຼາຍຕໍ່ຫຼາຍເທື່ອມາແລ້ວ ຍ້ອນຜົນງານການຄິດສ້າງສັນຂອງ Karl Lagerfeld.

ເຫັນຜົນງານທີ່ໜ້າຕະລຶງຂອງ Karl Lagerfeld ຮູ້ສຶກມີແຮງບັນດານໃຈ ຢາກທີ່ຈະເຮັດໃນສິ່ງທີ່ມັກ ແລະ ຮັກ ໃຫ້ປະສົບຜົນສຳເລັດສຸດໆເລີຍວ່າບໍ່ແຟນໆ? ຢ່າງໃດ! ທີມງານ ຂວັນໃຈ ແລະ ແຟນໆທຸກໆຄົນກໍຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງກັບການຈາກໄປຂອງ ຄາຣ ລາເກີເຟີຣ (Karl Lagerfeld) ແຟຊັ່ນດີໄຊເນີລະດັບໂລກ. (R.I.P)

ທີ່ມາ: Women MThai Team

ຮຽບຮຽງ: ຊະນີIndy

ແບ່ງປັນ