ໄວໜຸ່ມລາວຟັງທາງນີ້… ຫຼ້າສຸດມີຂ່າວສານຄວາມຮູ້ສາລະດີໆມາຝາກແຟນໆທຸກໆຄົນ ໃນວັນທີ 5 ມີນາ 2019 ໄດ້ມີການເປີດຕົວການນຳໃຊ້ ເວັບໄຊ (Website) ແລະ ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ຢ່າງເປັນທາງການ ຈັດຂຶ້ນທີ່ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ.
ສູນແມ່ ແລະ ເດັກ ກະຊວງສາທາລະນາສຸກ ຮ່ວມກັບ ອົງການ PSI/Lao ໄດ້ມີການປຶກສາຫາລື ວາງແຜນພັດທະນາ ແລະ ການປັບປຸງ ເຄື່ອງມືທີ່ແທດເໝາະກັບໄວໜຸ່ມ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງໄວໜຸ່ມໃນປັດຈຸບັນ ຈຶ່ງເຫັນດີໃນການສ້າງສື່ເອເລັກໂຕຣນິກ ເປັນຕົ້ນແມ່ນ, ວິດີໂອ ແລະ ສື່ສັງຄົມອອນລາຍໃນຊື່ “ຮັກມີແຜນ” ເຊິ່ງໄດ້ມີການຮ່ວມກັນຈັດຕັ້ງປະຕິບັດໂດຍແມ່ນ ອົງການ PSI/Lao ເປັນຜູ້ອອກແບບຄົ້ນຄວ້າ ແລະ ຮ່າງເນື້ອໃນໂດຍການກວດກາ ແລະ ແນະນຳຈາກສູນແມ່ ແລະ ເດັກ ແລະ ສູນຂ່າວສານການແພດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ໄລຍະເດືອນ 5 ປີ 2018
ມາຮອດປັດຈຸບັນ ຈຶ່ງສຳເລັດເບື້ອງຕົ້ນພາຍໃຕ້ຊື່ເວັບໄຊ້ www.hukmiplan.com ແລະ Fackbook fan page (www.facebook.com/hukmiplan) ຮັກມີແຜນ, ເຊິ່ງເນື້ອໃນ ແລະ ຫົວຂໍ້ຕ່າງໆຈະນຳໃຊ້ ເປັນພາສາລາວ ທີ່ມີເນື້ອໃນປະກອບດ້ວຍຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ວິທີຄຸມກຳເນີດ, ການຖືພາ, ການມີເພດສຳພັນທີ່ປອດໄພ, ສິດທິທາງເພດ ແລະ ອື່ນໆ ທີ່ທຸກຄົນທຸກເພດທຸກໄວ ສາມາດເຂົ້າເຖິງໄດ້ເມື່ອຕ້ອງການ ແລະ ຍັງເປັນບ່ອນທີ່ສາມາດ ສອບຖາມ ແລະ ຊອກຫາຂໍ້ມູນຂອງຜູ້ໃຫ້ບໍລິການດ້ານສຸຂະພາບຈະເລີນພັນ ໃນເຄືອຂ່າຍໄດ້ນຳອີກ ແລະ ຍັງມີວິດີໂອກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນຈຳນວນ 21 ເລື່ອງ 5 ພາສາຄື: ພາສາລາວ, ພາສາມົ້ງ, ພາສາກຶມມຸ, ພາສາລະແວ ແລະ ພາສາ ອາຂ່າ ລວມທັງໝົດ 105 ວິດິໂອ ເຊິ່ງເປັນເວບໄຊແຫ່ງທຳອິດໃນລາວ
ກຸ່ມເປົ້າໝາຍ:
– ເນື້ອໃນເວັບໄຊ, ວິດີໂອ ແລະ ຂໍ້ມູນຕ່າງໆແມ່ນສຳລັບທຸກໆຄົນ ໂດຍສະເພາະແມ່ນໄວໜຸ່ມຍິງ-ຊາຍ ອາຍຸລະຫວ່າງ 15-35 ປີ ແລະ ຍັງມີບັນດາປະຊາຊົນ ແລະ ໄວໜຸ່ມຊົນເຜົ່າ ໃນຂອບເຂດທົ່ວປະເທດ
-ເນື້ອໃນສ່ວນໃຫ່ຍເນັ້ນໜັກໃສ່ແມ່ຍິງ
-ສຳລັບເນື້ອໃນບາງສ່ວນມີເປົ້າໝາຍ ສຳລັບແມ່ຍິງ ແລະ ບຸກຄົນອ້ອມຕົວ, ຜູ້ຊາຍໄວຈະເລີນພັນ ແລະ ຄົນໃນຊຸມຊົນໂດຍລວມ
ດັ່ງນັ້ນ! ຫວັງຢ່າງຍິ່ງວ່າເນື້ອໃນ ແລະ ຂໍ້ມູນຕ່າງໆໃນເວບໄຊ (www.hukmiplan.com, Fackbook fan page (www.facebook.com/hukmiplan) ຈະຊ່ວຍຕອບສະໜອງ ໃຫ້ຄວາມຮູ້ ສາລະດີໆ ແລະ ປະໂຫຍດສູງສຸດໃຫ້ແຟນໆໄດ້ເປັນຢ່າງດີ.
ສາມາດເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: ຮັກມີແຜນ