ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan ດ້ວຍຮູບລັກການຂັບເຄື່ອນອັນຊານສະຫຼາດຂອງລົດຍົນນິສສັນ Nissan ເພື່ອຄວາມປວດໄພສຳລັບຕົວທ່ານ ແລະຄວບຄົວຂອງທ່ານ
ໃນເດືອນມີນາ, ປີ 2019, ທີ່ນະຄອນຫຼວງວຽງຈັນ. ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດ (Lao) Sole Co., Ltd. (“TCML”), ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງບໍລິສັດຕັນຈົງມໍເຕີໂຫດດີງສ໌ ເບີຫັດຂອງປະເທດມາເລເຊຍ Tan Chong Motor Holdings Bhd ບໍລິສັດໄດ້ດຳເນີນການກິດຈະການໃນລາວມາໄດ້ຫຼາຍປີ ແລະ ໄດ້ຈັດກິດຈະກຳຕ່າງໆ ເຊັ່ນການທົດລອງການຂັບທີ່ດີທີ່ສຸດເພື່ອລູກຄ້າຂອງນິສສັນ Nissan ແລະ ຜູ້ສົນໃຈທົ່ວໄປ.
ເມື່ອວັນທີ 16 -17 ເດືອນມີນາ ປີ 2019 ທີ່ຜ່ານມາເວລາ 9:00 – 6:00 ໂມງ. ທາງບໍລິສັດໄດ້ຈັດງານທີ່ລານຈອດລົດທີ່ຫໍວັດທະນະທຳແຫ່ງຊາດລາວ ຈຸດປະສົງຂອງການຈັດງານກໍ່ຄືການໃຫ້ລູກຄ້າ ແລະ ຜູ້ສົນໃຈໄດ້ເຂົ້າມາທົດລອງຂັບ ຊື່ງງານໄດ້ຈັດຂື້ນເປັນເວລາສອງວັນ. ການຈັດງານບໍ່ພຽງແຕ່ສະແດງໃຫ້ເຫັນເຖີງຄວາມເຂັ້ມແຂງຂອງການຂະຫຍາຍຕົວທາງດ້ານການຄ້າ ແລະ ຄວາມຫຼາດຂອງປະເພດລົດຍົນທີ່ທາງບໍລິສັດໄດ້ຜະລິດອອກມາຈໍາໜ່າຍບໍ່ວ່າຈະເປັນ ນິສສັນ ເທີຣາ Nissan TERRA, ນິສສັນ ນາວາຣາ Nissan NAVARA, ນິສສັນ ນາວາລາ ພຣີມຽ້ມ ພລັສ Premium Plus ແລະ ນິສສັນ ເອັກຊ໌ ເທຣັລ Nissan New X-TRAIL ທີ່ພ້ອມຈະພາທ່ານໄປສູ່ຄວາມທ້າທ້າຍທີ່ຫຼາກຫຼາຍ
ທ່ານ ລີມ ຊີ ຄຽງ ປະທານບໍລິສັດ ຕານຈົງມໍເຕີລາວໄດ້ກ່າວວ່າ “ຖ້າທ່ານຕ້ອງການສຳຜັດກັບລົດຍົນຢ່າງຈິງຈັງທ່ານຕ້ອງໃຊ້ເວລາ. ທ່ານຕ້ອງພິສູດໃຫ້ຮູ້ວ່າທ່ານມີຄວາມຮູ້ສືກຢ່າງໃດໃນເວລາຂັບ, ບໍ່ວ່າຈະເປັນຮູບລັກຂອງລົດຍົນ, ແລະ ຄວາມເໝາະສົົມກັບຮູບແບບການດຳຊີວິດຂອງທ່ານ. ທ່ານຕ້ອງໃຊ້ເວລາເພື່ອໃຫ້ໝັ້ນໃຈວ່າທ່ານໄດ້ຕັດສີນໃຈຖືກຕ້ອງ, ແລະຢູ່ໃນອຸດົມຄະຕິການນຳໃຊ້ຂອງທ່ານ, ຊື່ງທາງບໍລິສັດຕັນຈົງມໍເຕີຈື່ງໄດ້ສະເໜີຂໍຄິດນີ້ຂື້ນມາເພື່ອໃຫ້ໄດ້ຮຽນຮູ້ແບບສະຖານະການໃນຊີວິດຈີງ”
ໃນງານໄດ້ເປີດໃຫ້ມວນຊົນ ແລະ ລູກຄ້າຂອງນິສສັນ Nissan ທີ່ເຂົ້າມາຮ່ວມງານໄດ້ຮັບປະສົບການທົດລອງຂັບຂື້ນລົງເທີງຖະໜົນທີ່ຮາບຊັນ ແລະ ສີ່ງກິດຂວາງອື່ນໆ ທີ່ທາງທີມງານຂອງບໍລິສັດໄດ້ສ້າງຂື້ນເພື່ອໃຫ້ລູກຄ້າໄດ້ທົດລອງຂັບ.
ໃນຊ່ວງເທດສະການການທົດລອງຂັບ, ລູກຄ້າ ແລະ ປະຊາຊົນຜູ້ທີ່ມີຄວາມສົນໃຈໄດ້ມີໂອກາດສໍາຫຼວດເທັດໂນໂລຢີການຂັບເຄື່ອນອັນຊານສະຫຼາດຂອງລົດນິສສັນ Nissan ເຊັ່ນ: ການເປີດປະຕູຫຼັງດ້ວຍການຈັບສຳຜັດຈາກຕີນ Auto Tail Gate, ລະບົບເຕືອນໃຫ້ຂັບຢູ່ໃນເລນ Lane Warning Departure Warning (LDW), ກ້ອງອັດສະລິຍະຈັບພາບຮອບທິດທາງ Intelligent Around View Monitor (i-AVM), ການກວດຈັບວັດຖຸເຄື່ອນທີ່ (MOD), ລະບົບການເຕືອນຈຸດບອດ (BSW), ລະບົບເບາະພັບອັດຕະໂນມັດທີ່ສາມາດສັ່ງການໄດ້ຈາກຕຳແໜ່ງຜູ້ຂັບ ‘1-Touch Remote Fold and Tumble Seat’, ລະບົບເຕືອນເມື່ອລົດຢູ່ໃນຈຸດອັບແສງຄະນະຖອຍ Cross Traffic Alert (CTA), ໜ້າຈໍສຳຜັດ LCD 8 ນີ້ວ ພ້ອມເຄື່ອງຫຼີ້ນດີວີດີ ແລະ ກ້ອງເບີ່ງທາງດ້ານຫຼັງ, ລະບົບຊ່ວຍລົດການໂຍນຕົວເວລາຂັບເທີງຖະໜົນທີ່ມີຂຸມ (IRC), ລະບົບຊ່ວຍການຊົງຕົວຂະນະເຂົ້າໂຄ້ງ (ITC), ລະບົບເກຍອັດສະລິຍະເອັກຊ໌-ໂທຣນິກ ຊີວີທີ X-tronic CVT, ລະບົບຊ່ວຍອອກຕົວໃນທາງລາດຊັນ (HSA), ລົບຄວບຄຸມທາງລົງເຂົາ (HDC), ລະບົບຄວບຄຸມການຊົງຕົວອັດຕະໂນມັດຂະນະເຂົ້າໂຄ້ງ VDC) ແລະ ທາງບໍລິສັດຍັງມີອີກຫຼາກຫຼາຍລຸ້ນໄວ້ໃຫ້ທ່ານເລືອກ.
ເພື່ອເປັນການຕອບສະໜອງຕໍ່ການທົດສອບການຂັບຂີ່ທີ່ດີທີສຸດຂອງ Nissan ໃນສອງມື້ທີ່ຈັດງານມີຜູ້ຄົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ສຳລັບລູກຄ້າແລະມວນຊົນທີ່ມາງານກັບໝູ່, ຄອບຄົວ ແລະ ເດັກກໍ່ມີຫຼາກຫຼາຍກິດຈະກໍາໃຫ້ໄດ້ສະໜຸກເຊັ່ນ: ເກມສຳລັບເດັກ, ການແຈກບັດໃສ່ນໍ້າມັນຟຣີ, ການຈັບສະຫຼາກເພື່ອຫາຜູ້ໂຊກດີ ເພື່ອຮັບລາງວັນຈາກນິສສັນ Nissan ເຊັ່ນ: ສ້ອຍຄໍທອງຄຳ, ເຄື່ອງໃຊ້ໄຟຟ້າ ແລະ ຂອງຂັວນຈາກນິສສັນ Nissan. ພາຍໃນງານຍັງມີເຄື່ອງດື່ມ,ອາຫານແຈກໃຫ້ ແລະ ອື່ນໆ. ນອກຈາກກິດຈະກໍາທົດລອງການຂັບແລ້ວ ງານຍັງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ນິສສັນພົບປະກັນກັບລູກຄ້າ.
Nissan ນິສສັນຍັງສືບຕໍ່ຂະຫຍາຍຕົວໃນລາວ ຊື່ງການຕອບສະໜອງຄວາມເພີ່ງພໍໃຈໃຫ້ກັບລູກຄ້າຍັງເປັນຫົວໃຈຫຼັກທາງບໍລິສັດ. ທາງບໍລິສັດຕັນຈົງມໍເຕີລາວຍັງມອບການບໍລິການຫຼັງການຂາຍໃຫ້ກັບລູກຄ້າເພື່ອກວດເຊັກສະພາບລົດ ຈຸດປະສົງກໍ່ຄືການມອບຄວາມໄວ້ວາງໃຈໃຫ້ກັບລູກຄ້າໃນລາວ ແລະ ພ້ອມດຽວກັນນັ້ນທາງບໍລິສັດກໍ່ກໍາລັງຂະຫຍາຍສາຂາໄປຍັງຕ່າງແຂວງອີກດ້ວຍ
ສຳລັບລູກຄ້າ ແລະ ສະມາຊິກຂອງທາງບໍລິສັດທີ່ມີຄວາມສົນໃຈກໍ່ສາມາດເຂົ້າມາທົດລອງຂັບໄດ້ບໍ່ວ່າຈະເປັນ ອໍລ ນິວ ນິສສັນ ເທີຣາ All-New Nissan TERRA, ນິວ ນິສສັນ ເອກຊ໌ ເທລ໌ Nissan X-TRAIL ແລະ ນິສສັນ ນາວາຣາ ພລີມ້ຽມ ພລັສ Nissan NAVARA Premium Plus ທີ່ຫ້ອງໂຊຣູມສ໌ ຫຼື ໂຣດໂຊສ໌ ຂອງນິສສັນໄດ້.
ສໍາລັບຂໍ້ມູນເພີ່ມເຕີບກ່ຽວກັບລົດນິິິສສັນ Nissan ທຸກລຸ້ນໃນລາວ, ທ່ານສາມາດເຂົ້າໄປຊົມໄດ້ທີ່ເວັບໄຊທ໌ www.nissan-lao.la ຫຼື ທ່ານສາມາດຕິດຕາມໜ້າເພັດຈ໌ຂອງເຟດສ໌ບຸກນິສສັນລາວກໍ່ໄດ້ fb.com/NissanLaos/