ເປັນກະແສຮືຮາ ຫຼ້າສຸດ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເນັດໄອດໍ້ຂອງປະເທດໄທ ເດີນທາງມາຢ້ຽມຢາມ ປະເທດລາວ ແລະ ຍັງເໝົາລົດຈຳໂບ້ລາຄາ 150,000 ກີບ ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ ປະເທດລາວ ເຊິ່ງ ເຈ້ນໍ້າ ກໍໄດ້ເດີນທາງໄປທີ່ ວັດສີສະເກດ, ຫໍພຣະແກ້ວ, ອານຸສາວະລີ ແລະ ພຣະທາດຫຼວງ.
ພໍແຕ່ໂພສຄລິບທີ່ເນັດໄອດໍ້ຄົນນີ້ເດີນທາງມາລາວກໍເຮັດໃຫ້ມີບັນດາແຟນໆໃຫ້ຄວາມສົນໃຈເປັນຈຳນວນຫຼາຍ…
(ເບິ່ງຄລິບການເດີນທາງທ່ອງທ່ຽວໃນລາວຂອງ ເຈ້ນໍ້າ)
สบายดี๊ เช้านี้ที่เวียงจันทร์ Ep2
Posted by ณัฐนัน ต้นศึกษา on Wednesday, March 20, 2019
ສຳລັບ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເປັນເນັດໄອດໍ້ທີ່ມີບຸກຂະລິກໂດດເດັ່ນ ໂດ່ງດັງມາຈາກການໄລ້ສົດຂາຍເຄື່ອງຜ່ານຊ່ອງທາງ ເຟສບຸກ ປັດຈຸບັນນາງມີຄົນຕິດຕາມເຖິງ 1ລ້ານກວ່າຄົນ.
ຄລິບຈາກ: ณัฐนัน ต้นศึกษา