Breaking News

ບໍ່ທຳມະດາ! Miss USA 2019 ມີດີກຼີເປັນເຖິງ… ເໝາະສົມກັບຕຳແໜ່ງສຸດໆ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ມາອັບເດດວົງການນາງງາມກັນແດ່ດີບໍ່? ຫັ້ນແນ່!!! ຮູ້ສຶກຕື່ນເຕັ້ນເມື່ອໄດ້ຍິນຂ່າວສານກ່ຽວກັບນາງງາມທຸກໆເທື່ອເລີຍແມ່ນບໍ່ ຫຼ້າສຸດປະກາດຜົນເປັນທີ່ຮຽບຮ້ອຍແລ້ວ ສຳລັບການປະກວດນາງງາມເວທີ Miss USA 2019 ເຊິ່ງຜູ້ທີ່ມີຄວາມເໝາະສົມ ແລະ ສາມາດຄວ້າມົງກຸດໄປຄອງກໍຄື Cheslie Kryst ສາວງາມຈາກຣັດ  North Carolina ເຊິ່ງນາງງາມຄົນນີ້ມີດີກຼີເປັນເຖິງທະນາຍຄວາມ ບອກເລີຍວ່ານາງມີຄວາມງາມ ຄວາມເລີດ ເກັ່ງທຸກດ້ານ ເໝາະສົມກັບທີ່ຄວ້າລາງວັນ Miss USA 2019 ໄປຄອງແທ້ໆ…

Cheslie Kryst ອາຍຸ 28 ປີ ຈົບການສຶກສາລະດັບປະລິນຍາຕີຈາກຄະນະນິຕິສາດ ຈາກນັ້ນນາງກໍສືບຕໍ່ຮຽນໃນລະດັບປະລິນຍາໂທໃນຄະນະບໍລິຫານທຸລະກິດ ຈາກ Wake Forest University ຫຼັງຈາກຮຽນຈົບ Cheslie Kryst ກໍໄດ້ເລີ່ມເຂົ້າມາເຮັດວຽກອາຊີບທະນາຍຄວາມໃນດ້ານຄະດີຟ້ອງຮ້ອງທາງແພ່ງ

ນອກຈາກນັ້ນນາງຍັງເປັນແຟຊັ່ນບ໋ອກເກີ້ອີກດ້ວຍ…

Cheslie Kryst  ນາງກໍເປັນແມ່ຍິງຄົນໜຶ່ງທີ່ມີຄວາມມັກ ແລະ ຮັກໃນສາຍນາງງາມ ເວົ້າໄດ້ເລີຍວ່າເປັນຄົນໃຈສູ້ ແລະ ບໍ່ທໍ້ຖອຍຕໍ່ອຸປະສັກ  ມຸ່ງໝັ້ນໃນການປະກວດ ເລີ່ມເດີນສາຍປະກວດນາງງາມຕັ້ງແຕ່ 2017 ໃນເວທີ Miss North Carolina USA ເຊິ່ງໃນປີນັ້ນນາງໄດ້ຕຳແໜ່ງຮອງອັນດັບ 4 ແຕ່ນາງກໍຍັງບໍ່ຍອມ ແລະ ກັບເຂົ້າມໃນເວທີປະກວດນາງງາມອີກເທື່ອໃນປີ 2018 ແຕ່ກໍເຂົ້າຮອບ 10 ຄົນສຸດທ້າຍເທົ່ານັ້ນ ແລະ ໃນປີນີ້ Cheslie Kryst ກໍກັບມາປະກວດໃໝ່ຈົນໄດ້ເປັນ Miss North Carolina USA 2019

ແລະ ໃນທີ່ສຸດຄວາມພະຍາຍາມຂອງລາວກໍເກີດຜົນ ເພາະສາມາດຄວ້າມົງກຸດເວທີ Miss USA 2019 ແລະ ຍັງຈະໄດ້ໄປຕໍ່ ໂດຍຈະໄດ້ເປັນໂຕແທນຂອງ USA ເພື່ອປະກວດໃນເວທີ ນາງງາມຈັກກະວານ (Miss Universe 2019)

Cheslie Kryst ນາງງາມ ນາງເລີດ ສົມແລ້ວທີ່ຄວ້າຕຳແໜ່ງ Miss USA 2019 ໃນປີນີ້ໄປຄອງ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ຮູບພາບ: Miss USAchesliekryst

ແບ່ງປັນ