Breaking News

ເກັ່ງຫຼາຍ! ເຍົາວະຊົນລາວໄປໂຊຄວາມສາມາດ ແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ

ແບ່ງປັນ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ ສຳລັບເຍົາວະຊົນລາວຄົນເກັ່ງມີນາມວ່າ ນ້ອງ ນໍ້າຝົນ ຈັນທະວົງ ອາຍຸ 10 ປີ ທີ່ໄປແຂ່ງຂັນຮ້ອງເພງໃນລາຍການດັງ “ໄມທອງຄຳເດັກ” ທີ່ ປະເທດໄທ ຈົນມີກະແສຮືຮາ ແລະ ເກີດປະກົດການມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣ ແລະເຂົ້າໄປເບິ່ງຄລິບທີ່ນ້ອງໄປຮ້ອງເພງໃນລາຍການດັ່ງກ່າວເປັນຈຳນວນຫຼາຍລ້ານຄົນໄປແລ້ວໃນເວລານີ້…

(ມີຄລິບ ນ້ອງ ນໍ້າຝົນ ໃນລາຍການ “ໄມທອງຄຳເດັກ”)

ไมค์ทองคำเด็ก

สาวน้อยเสียงดีจาก "สปป.ลาว" "น้องน้ำฝน" #ไมค์ทองคำเด็ก #Workpoint23

Posted by ไมค์ทองคำเด็ก on Sunday, May 26, 2019

 

ເປັນແນວໃດແດ່ໄດ້ເຫັນຄວາມສາມາດຂອງເຍົາວະຊົນລາວເຮົາແລ້ວຮູ້ສຶກ Wow ເລີຍແມ່ນບໍ່? ໃນເວລານີ້ ນ້ອງ ນໍ້າຝົນ ກໍສາມາດຜ່ານເຂົ້າໄປໃນຮອບຕໍ່ໄປດ້ວຍຄະແນນຈາກກຳມະການທີ່ໃຫ້ຜ່ານເຖິງ 3 ຜ່ານ, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ເຍົາວະຊົນລາວຄົນນີ້ກັນຫຼາຍໆເລີຍເດີ້ແຟນໆ.

#ແຊຣໄປໃຫ້ໂລກຮູ້ເດັກລາວເກັ່ງຫຼາຍ

ຄລິບຈາກ: ไมค์ทองคำเด็ก

ແບ່ງປັນ