ເປັນກະແສກັນເລື້ອຍໆ ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ທີ່ຫຼ້າສຸດອອກມາໃຫ້ສຳພາດກັບສື່ປະເທດໄທ ກ່ຽວກັບເລື່ອງທີ່ມີຂ່າວວ່າເປັນມືທີສາມລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງໄທ) ແລະ ຫຍິງຫຍິງ ສະຣຸຊາ (ນັກສະແດງໄທ) ຈົນເປັນສາເຫດໃຫ້ທັງສອງເລີກລາກັນໄປ.

ເຊິ່ງ ລູກນໍ້າ ທິດາລັດ ວົງສິຣິ ກໍໄດ້ອອກມາເປີດໃຈ ພ້ອມທັງບອກວ່າຕົນເອງອ່ອນແອ ແລະ ຮ້ອງໄຫ້ກັບເລື່ອງທີ່ເກີດຂຶ້ນ ແຕ່ຕອນນີ້ກໍເຂັ້ມແຂງຂຶ້ນຫຼາຍ ພ້ອມທັງບອກເລົ່າເຖິງຄວາມສຳພັນຂອງຕົນກັບ ຕູມຕາມ ຍຸດທະນາ ວ່າເປັນພຽງອ້າຍນ້ອງກັນເທົ່ານັ້ນ ພ້ອມທັງຢາກຂໍໂທດຫຍິງຫຍິງເພາະເຫັນໃຈໃນຖານະເປັນແມ່ຍິງນຳກັນ ແລະ ຝາກຂໍໂທດແຟນໆ ພ້ອມວອນຂໍໂອກາດອີກຄັ້ງ

(ມີຄລິບສຳພາດ ສາວ ລູກນໍ້າ ມາຝາກ…)
https://www.facebook.com/Jmoy.ent/videos/2309303692493986/

ໄດ້ເບິ່ງສຳພາດ ສາວ ລູກນໍ້າ ທິດາລັດ ວົງສິຣິ ນາງກໍອອກມາຂໍໂທດກັບເລື່ອງທີ່ເກີດຂຶ້ນ ພ້ອມວອນຂໍໂອກາດອີກຄັ້ງ, ແລ້ວແຟນໆເດມີຄວາມຄິດເຫັນກັນແນວໃດ ຢ່າລືມຄອມເມັ້ນບອກກັນແດ່ເດີ້ແຟນໆ.
(ຂໍຂອບໃຈສຳລັບຮູບພາບ ແລະ ຄລິບ)
Kuanjai Magazine
