Breaking News

ດີໃຈນຳ!!! ຜູ້ສ້າງຮູບເງົາສັ້ນ ຈາກແຂວງຫຼວງພະບາງ ໄດ້ຮັບລາງວັນຊະນະເລີດ.

ແບ່ງປັນ

ວັນທີ 19 ສິງຫາ 2019, ກະຊວງຖະແຫຼງຂ່າວ,​ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ແລະ  ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານປະກາດຜົນລາງວັນໃນການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ”   ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫົງຈຽງ ຫົວໜ້າພະແນກການເມືອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ອູອີຊິງ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ, ມີບັນດານັກສ້າງຮູບເງົາ, ແຂກທີ່ຖືກເຊີນເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້, ມີຮູບເງົາສົ່ງເຂົ້າປະກວດທັງໝົດ 28 ເລື່ອງ ໂດຍມີປະເພດຮູບເງົາສາລະຄະດີທັງໝົດ 7 ເລື່ອງ ແລະ ປະເພດຮູບເງົາສັ້ນ 21 ເລື່ອງ

ຮູບເງົາສັ້ນທີ່ຊະນະເລີດ ໄດ້ແກ່ ຮູບເງົາ ເລື່ອງ”ບ້ານເກີດ” ສ້າງໂດຍທ່ານ ກ່າຊົງ ຜະລິດໂດຍ ມາລາວ ສະຕູດີໂອ ຈາກແຂວງຫຼວງພະບາງ ແຮງບັນດານໃຈໃນການສ້າງເລື່ອງນີ້ ແມ່ນເນື່ອງຈາກ ແຂວງຫຼວງພະບາງແມ່ນມີສຸສານຄົນຈີນແລະ ຜູ້ສ້າງແມ່ນ ໄດ້ເຫັນເຖິງວິຖີຊິວິດ ແລະ ມີຄວາມເປັນເອກະລັກ ຂອງສຸສານດັ່ງກ່າວ ຈຶ່ງໄດ້ສ້າງເລື່ອງນີ້ຂຶ້ນມາ ເລື່ອງນີ້ເວົ້າເຖິງຄອບຄົວຄົນຈີນທີ່ມາຢູ່ເມືອງລາວດົນນານແລ້ວ ແລະ ກໍມີພໍ່ຕູ້ໃນຄອບຄົວນັ້ນ ຍັງຮັກສາ ແລະ ບໍ່ໄດ້ລືມປະເພນີຄົນຈີນ ແຕ່ກໍຮັກປະເທດລາວຄືກັບບ້ານເກີດຂອງຕົນເອງ. ລາງວັນຊະນະໃນການແຂ່ງຂັນລາຍການນີ້ແມ່ນໄດ້ຮັບຂັນລາງວັນ, ໃບຢັ້ງຍືນ ແລະ ເງິນສົດ 10 ລ້ານກີບ.

ຮອງຊະນະເລີດ  ຫຼື ອັນດັບທີ 2 ໄດ້ແກ່ ຮູບເງົາສັ້ນເລື່ອງ “ນິຮາວ (Nihao)”  ສ້າງໂດຍທ່ານ ສອນປະສິດ ພັນພິລາ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 7 ລ້ານກີບ

ລາງວັນອັນດັບທີ 3 ໄດ້ແກ່ຮູບເງົາສັ້ນເລື່ອງ “ກັງຟູລ້ານຊ້າງ”  ສ້າງໂດຍ ທ່ານ ພິລາວັນ ຈັນທະກາລີ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 5 ລ້ານກີບ.

ສຳລັບປະເພດ ຮູບເງົາສາລະຄະດີ ລາງວັນຊະນະເລີດແມ່ນບໍ່ໃຜສາມາດເຮັດໄດ້ເນື່ອງຈາກຄະແນນສະເລ່ຍແມ່ນບໍ່ເຖິງ 4

ຮອງຊະນະເລີດ ຫຼື ອັນດັບ 2​ ໄດ້ແກ່ ຮູບເງົາສາລະຄະດີເລື່ອງ” ພວກເຮົາ” ສ້າງໂດຍທ່ານ ຟອງສະໜຸດ ພັນທະນຸວົງ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 7 ລ້ານກີບ

ອັນດັບທີ 3 ໄດ້ແກ່ ຮູບເງົາສາລະຄະດີເລື່ອງ ” ອຸດົມການ”  ສ້າງໂດຍ ທ່ານ ນາງ ຈັນທະຈອນ ນາກມົງຄົນ ໄດ້ຮັບໃບຢັ້ງຢືນ ພ້ອມເງິນສົດ 5 ລ້ານກີບ.

ການຈັດການແຂ່ງຂັນໃນຄັ້ງນີ້, ກໍເພື່ອເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019, ເປັນເວທີໃນການແລກປ່ຽນ ແລະ ການສະແດງຄວາມຮູ້ຄວາມສາມາດໃຫ້ແກ່ນັກສ້າງຮູບເງົາຂອງລາວ ແລະ ເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳຂອງທັງສອງປະເທດລາວ-ຈີນ ແລະ ຜັນຂະຫຍາຍມິດຕະພາບເປັນມູນເຊື້ອລະຫວ່າງສອງຊາດໃນແໜ້ນແຟ້ນຂຶ້ນກວ່າເກົ່າ.

 

 

 

ແບ່ງປັນ