Breaking News

ສ່ອງ!!! ໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Mister Global Laos ຄົນທຳອິດ

ແບ່ງປັນ

ກຽງໄກ ຊວ້ານສວນດາວ (ອາເລັກ)  ອາຍຸ 19 ປີ ນັກສຶກສາ ປີ 2 ຄະນະສະຖາປັດຕະຍະກໍາສາດ ສາຂາ ວິທະຍາການອາຄານ, ມະຫາວິທະຍາໄລແຫ່ງຊາດລາວ. ເປັນຕົວແທນຊາຍໜຸ່ມລາວ ກໍຄືປະເທດລາວ ໄປປະກວດໃນເວທີໂລກ Mister Global Laos 2019 ທີກຸງເທບ ປະເທດໄທ  ໃນລະຫວ່າງວັນທີ 13-26 ກັນຍາ 2019.

ຝາກທຸກໆຄົນເປັນກຳລັງໃຈໃຫ້ໜຸ່ມລາວເຮົາຄົນນີ້ ໃນເວທີສາກົນອີກເວທີຫຶ່ງແດ່ເດີ ເພື່ອຈະໄດ້ລາງວັນໃດໜຶ່ງມາຄອງ ແລະ ເປັນການເຜີຍແພ່ຄວາມເປັນລາວເຮົາໃຫ້ສາກົນໄດ້ຮັບຮູ້ໃນອີກເວທີໜຶ່ງ.

ສາວໆ ສາມາດໄປຕິດຕາມຜົນງານການເຄື່ອນໄຫວ ແລະ ໃຫ້ກຳລັງໃຈ ໜຸ່ມ ອາເລັກ ໄດ້ທີ່ເຟສບຸກສ່ວນຕົວ Kiengkai Xouansouandao ຫຼື  ເພສ Mister Global Laos

ມື້ນີ້ແອັດນຳເອົາຮູບໜຸ່ມອາເລັກ ມາໃຫ້ຊົມແບບເຕັມໆ ທັງແບບໜຸ່ມນັກສຶກສາ ແລະ ໜຸ່ມນາຍແບບ.

ເວທີການປະກວດ Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີຫຼາຍກວ່າ 40 ປະເທດເຂົ້າຮ່ວມ ເຊິ່ງໄດ້ຈັດມາແລ້ວ 5 ປີ ແລະ ປີນີ້ ເປັນປີທີ 6 ແລະ ເປັນປີທຳອິດທີ່ ປະເທດລາວເຮົາຈະໄດ້ເຂົ້າຮ່ວມປະກວດ.

      

 

 

ແບ່ງປັນ