Breaking News

ເອລິກ ເຜີຍ! ຊຸດປະຈໍາຊາດລາວ ທີ່ຈະສວມໃສ່ໃນການປະກວດ Miss Asia Pacific International 2019…

ແບ່ງປັນ

ໄລຍະນີ້ແອັດຄິດວ່າຢາກຈະຕັ້ງໃຫ້ເປັນລະດູການນາງງາມຢູ່ໃດ໋ ບໍ່ຮູ້ຈະມີໃຜເຫັນດີນໍາແອັດບໍ່? (ຢອກເດີ່ 555) ເພາະບໍ່ວ່າຈະເປີດໂທລະພາບ, ມືຖື,​ ເບິ່ງຂ່າວ ນອກຈາກຂ່າວນໍ້າຖ້ວມພາກໃຕ້ທີ່ເລີ່ມໄດ້ຮັບການຊ່ວຍເຫຼືອໄປແລ້ວ ກໍມີຂ່າວນາງງາມນີ້ແຫຼະ ທີ່ພໍຈະຊ່ວຍໃຫ້ຫົວໃຈກັບມາຍິ້ມໄດ້ອີກຄັ້ງ, ເຫັນແລ້ວມັນເຮັດໃຫ້ຮູ້ສຶກວ່າ ແມ່ຍິງລາວເຮົາກໍທັງງາມ, ທັງເກັ່ງບໍ່ແພ້ຊາດໃດໃນໂລກ ເພາະແຕ່ລະເວທີໃຫຍ່ໆທີ່ຈັດຂຶ້ນໃນລະດັບສາກົນນັ້ນ ແມ່ຍິງລາວເຮົາກໍໄດ້ເຂົ້າຮ່ວມປະກວດເຊັ່ນກັນ ແລະ ຫຼາຍເວທີທີ່ແມ່ຍິງລາວເຮົາສາມາດຍາດລາງວັນກັບມາໃຫ້ຄົນລາວໄດ້ຊື່ນຊົມນໍາ…

ຄືດັ່ງກັບກອງປະກວດ Miss Asia Pacific International 2019 ທີ່ຈະຈັດຂຶ້ນທີ່ປະເທດ ຟີລິບປິນ ໃນວັນທີ 26 ກັນຍາ ທີ່ໃກ້ຈະມາຮອດນີ້ ປະເທດລາວເຮົາກໍໄດ້ມີຕົວແທນຄື ນ້ອງ ເອລິກ ອາລິກສາຍາ ໄຊສົມພູ ສາວນ້ອຍຈາກເວທີ MISS VIENTIANE 2019 ທີ່ມີທັງຄວາມງາມ, ໜ້າຮັກ, ອາດີດນັກຮຽນເກັ່ງ ຟີຊິກ, ຜ່ານຄອສພາສາອັງກິດລະດັບປະເທດມາແລ້ວ ແລະ ເຊື່ອວ່າສາວນ້ອຍຄົນນີ້ຈະເປັນຕົວແທນ ເປັນໜ້າຕາໃຫ້ກັບປະເທດລາວໄດ້ເປັນຢ່າງດີ.

ເນື່ອງຈາກວ່າຍັງອີກພຽງແຕ່ 2 ມື້ ກໍຈະຮອດງານປະກວດແລ້ວ ນ້ອງ ເອລິກ ຈຶ່ງໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ເປັນການເປີດຕົວຊູດປະຈໍາຊາດຂອງລາວ ທີ່ນ້ອງ ເອລິກ ຈະສວມໃສ່ໃນງານປະກວດ Miss Asia Pacific International 2019 ໂດຍເລົ່າວ່າ:

“✨ຊຸດປະຈຳຊາດ??ທີ່ຈະນຳໄປເຜີຍແຜ່ໃນເວທີ Miss Asia Pacific International 2019 ທ້າຍເດືອນນີ້ທີ່ Manila ປະເທດ Philippine , ລິກດີໃຈຫລາຍເດີ້ທີ່ໄດ້ນຳເອົາຊຸດຊົ່ນເຜົ່າລາວທີ່ສະແດງເຖິງຄວາມເປັນລາວໃນອີກດ້ານໜຶ່ງທີ່ຄົນຕ່າງຊາດອາດຈະຍັງຮູ້ຈັກບໍ່ທົ່ວເຖິງກໍຄືຊົນເຜົ່າມົ້ງ ເຊິ່ງເປັນແມ່ຍິງທີ່ມີຄວາມເຂັ້ມແຂງ, ມີນໍ້າໃຈຮັກຊາດແພງເຊື້ອ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນໃນດ້ານການອອກແຮງງານ ແລະ ທຳມາຫາກິນ ເພື່ອລ້ຽງຊີບ ຄ່ຽງບ່າຄ່ຽງໄຫຼ່ຜູ້ຊາຍຕັ້ງແຕ່ໃດມາ. ສະນັ້ນ ຈຶ່ງກາຍເປັນຊຸດສະຕີມົ້ງແຫ່ງຍຸກສະໄຫມ ອັນເປັນດັ່ງຕົວແທນໃຫ້ແມ່ຍິງລາວສະໄຫມໃຫມ່ ທຸກທົ່ວໜ້າ ເຊິ່ງສະແດງອອກຜ່ານວັດທະນະທຳ ການນຸ່ງຖືແບບຊົນເຜົ່າທີ່ມີເອກະລັກຂອງຊາດເຊິ່ງແຝງໄປດ້ວຍ ຄວາມງົດງາມປານິດທາງດ້ານສິລະປະ, ພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ. ພ້ອມດຽວກັນ, ກໍຢາກສະທ້ອນໃຫ້ເຫັນວ່າແມ່ຍິງທົ່ວໂລກບໍ່ວ່າຈະເປັນເຊື້ອຊາດ, ສາສະໜາໃດ ກໍສາມາດມີຄຸນຄ່າທີ່ໂດດເດັ່ນໃນທຸກດ້ານບໍ່ວ່າຈະເປັນທາງດ້ານວິຖີຊິວິດ, ແນວຄິດທັດສະນະຄະຕິ, ວັດທະນະທຳ ດັ່ງທີ່ທຸກຄົນສາມາດເຫັນໄດ້ໃນສັງຄົມຕົວຈິງ.
#ຮ່ວມເປັນແຮງເຊຍ ແລະ ໃຫ້ກໍາລັງໃຈໃຫ້ລິກໃນການໄປເຜີຍແຜ່ວັດທະນະທຳຮີດຄອງປະເພນີຂອງຊາດລາວເຮົາໃນເວທີສາກົນໃນທ້າຍເດືອນນີ້ດ້ວຍ??♥️?????
#ອອກແບບໂດຍ: ອາຈານ ສົມສະນຸກ ເພຍສາຂາ
#MissVientiane #MissVientiane2019
#MissAsiaPacificInternational
#MissAsiaPacificInternationalLaos2019
#TipkhaoChannel #Alicksaya

 

ວ້າວ! ໄດ້ເຫັນທັງຊຸດທີ່ມີຄວາມງົດງາມ ແລະ ມີຄວາມໝາຍ ພ້ອມກັບສີໜ້າ, ແວວຕາຂອງ ນ້ອງເອລິກທີ່ມາພ້ອມກັບຄວາມໝັ້ນໃຈນີ້ແລ້ວ ຄົນລາວທຸກຄົນ ພ້ອມກັບແຟນໆຂວັນໃຈ ແລະ ແຟນນາງງາມທັງຫຼາຍ ຂໍລວມພະລັງສົ່ງກໍາລັງເຊຍນ້ອງ ເອລິກ ທີ່ຈະໄປເຜີຍແພ່ຄວາມເປັນລາວໃຫ້ກັບຕ່າງຊາດໄດ້ຮູ້ເຖິງຄວາມສາມາດຂອງແມ່ຍິງລາວຂອງເຮົາໃນເວທີລະດັບພາກພື້ນໃນຄັ້ງນີ້ນໍາເດີ້!!! ສ່ວນຂວັນໃຈ ແມ່ນເຊຍນ້ອງເອລິກຢ່າງສຸດໃຈຢູ່ແລ້ວ!!! ສູ້ໆເດີ່!

ຮູບພາບຈາກ: FB: Yalicksa Alxsp

ແບ່ງປັນ