Breaking News

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS”

ແບ່ງປັນ

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS”

ສະບາຍດີຕອນວັນສຸກເດີ່ສາວໆ ແລະ ແຟນນາງງາມທັງຫຼາຍ ແລງວັນສຸກທ້າຍອາທິດ (ຂອງການເຮັດວຽກ) ກັບອາກາດເຢັນຈັກເລັກໜ້ອຍ ບວກກັບຝົນຕົກແບບເບົາໆ ເໝາະແກ່ການພັກຜ່ອນ (ນອນ) ເປັນທີ່ສຸດ!!! ແຕ່ກ່ອນຊິເລີກວຽກກັບບ້ານໄປນອນ ແອັດກໍມີແນວງາມໆມາໃຫ້ຕອບມ່ວນຊື່ນ ກັບການໃຫ້ຄະແນນນາງງາມ ທີ່ງາມແບບກືນກັນບໍ່ລົງ ເພາະທຸກຄົນນັ້ນມີຕໍາແໜ່ງເປັນເຖີງ “MISS GRAND INTERNATIONAL LAO” ແຕ່ລະປີນັ້ນເອງ ແລະ ແຕ່ລະຄົນກໍເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາ, ຄວາມຮູ້ຄວາມສາມາດຂອງແມ່ຍິງລາວ ໃນເວທີລະດັບສາກົນມາແລ້ວ (ມີສາວງາມຄົນ 1 ທີ່ກຽມຕົວກໍາລັງໄປ) ເປັນຕາມ່ວນກັນບໍ່ລະ? ຄັ້ນຊັ້ນເຮົາມາເບິ່ງນໍາກັນເລີຍ! ວ່າມີໃຜແດ່???

ເລີ່ມຈາກນາງງາມລຸ້ນເອຶ້ອຍ Miss Grand Laos ຄົນທໍາອິດ ນັ້ນກໍຄື ຟ້າໄສ ຈິນນາລີ ນໍລະສິງ Miss Grand Laos 2017 ຫຼັງຈາກໄດ້ຮັບຕໍາແໜ່ງ ຟ້າໄສ ໄດ້ຫອບເອົາຄວາມຫວັງຂອງຄົນລາວທັງປະເທດ ດ້ວຍການເປັນນາງງາມຄົນທໍາອິດຂອງລາວທີ່ຈະໄປເຜີຍແຜ່ວັດທະນະທໍາ ແລະ ນໍາສະເໜີຄວາມເປັນລາວໃຫ້ກັບຕ່າງຊາດໄດ້ຮັບຮູ້ໃນເວທີລະດັບສາກົນຄື Miss Grand International ທີ່ປະເທດຫວຽດນາມ. ໂດຍໄດ້ນໍາສະເໜີຊຸດປະຈໍາຊາດໃນຄອນເຊັບ ພະທາດຫຼວງວຽງຈັນ ມິ່ງຂວັນຂອງຄົນລາວທັງປະເທດ ຈົນເຮັດໃຫ້ ຟ້າໄສ ກ້າວເຂົ້າໄປຢູ່ໃນຮອບ 10 ຄົນ ສຸດທ້າຍ, ຈາກ 70 ປະເທດ 70 ສາວງາມ… ຖືໄດ້ວ່າເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດສໍາລັບຄົນລາວໃນເວທີສາກົນ ເຮັດໄດ້ຂະໜາດນີ້ກໍເກັ່ງທີ່ສຸດແລ້ວ…

ຕໍ່ມາກໍເປັນປີທີ 2 ທີ່ປະເທດລາວເຮົາໄດ້ມີສົ່ງສາວງາມເຂົ້າປະກວດໃນເວທີ Miss Grand International  ເຊິ່ງຕົວແທນຈາກປະເທດລາວເຮົາກໍໄດ້ແກ່ ນາລີ ນົບພະລັດ ສີໄກພັກ Miss Grand Laos 2018 ສາວງາມຫຼາກຫຼາຍຄວາມສາມາດຄົນນີ້ໄດ້ຮັບຄວາມຝັນຕໍ່ຈາກລຸ້ນເອຶ້ອຍຄື ຟ້າໄສ ໃນການໄປສະແດງຄວາມສາມາດຂອງແມ່ຍິງລາວໃຫ້ໂລກຮັບຮູ້ຢູ່ທີ່ ປະເທດ ມຽນມາ ແລະ ເປັນທີ່ຮືຮາຫຼາຍທີ່ສຸດກໍແມ່ນຊຸດປະຈໍາຊາດທີ່ ນາລີ ໃສ່ນັ້ນຄື ຊຸດນາງສັງຂານ ທີ່ບົ່ງບອກເຖິງເອກະລັກ, ວັດທະນະທໍາຄວາມເປັນລາວໄດ້ດີທີ່ສຸດ.

ແລະ ສາວງາມນ້ອງຫຼ້າສຸດທີ່ຫາກໍໄດ້ຮັບຕໍາແໜ່ງມາໃໝ່ໆມາດໆເປັນ Miss Grand Laos 2019 ນັ້ນກໍຄື ເຈນ ມະໄລລັກ ພະຈັນ ອາຍຸ 24 ປີ ສ່ວນສູງ 165 cm ທີ່ຕອນນີ້ແມ່ນກໍາລັງກະກຽມຕົວຢ່າງໃຈຈົດໃຈຈໍ່ທີ່ຈະເປັນຕົວແທນປະເທດລາວ ພ້ອມທັງຫອບເອົາຄວາມຝັນທີ່ໄດ້ຮັບການສົ່ງຕໍ່ມາຈາກລຸ້ນເອຶ້ອຍທັງ 2 ຄົນ (ຟ້າໄສ ແລະ ນາລີ) ໄປປະກາດໃຫ້ໂລກຮູ້ໃນຄວາມເປັນລາວຢູ່ທີ່ປະເທດ ເວເນສຸເອລາ ໃນວັນທີ 25 ຕຸລາ ທີ່ໃກ້ຈະມາຮອດນີ້!!! ແອັດມິ້ນຂວັນໃຈ ແລະ ແຟນນາງງາມທຸກຄົນຂໍເປັນກໍາລັງໃຈໃຫ້ ເຈນ ໄດ້ຮັບລາງວັນໃດລາງວັນໜຶ່ງມາຕ້ອນຄົນລາວທັງປະເທດທີ່ຄອຍຊົມ ແລະ ເຊຍນ້ອງຢູ່ທາງບ້ານເດີ່!!!

ເປັນແນວໃດສາວໆ ກັບ 3 ສາວນາງງາມ ເວທີດຽວກັນ ທີ່ແອັດເອົາມາຕ້ອນໃນມື້ນີ້!!! ຮັກ ຫຼືມັກໃຜເປັນພິເສດກໍຄອມເມັ້ນໃຫ້ຄະແນນກັນມາໃຫ້ແອັດຮູ້ນໍາແດ່ເດີ່… ແຕ່ແນວໃດປີນີ້ທຸກຄົນທີ່ເປັນຄົນລາວກໍສົ່ງໃຈໄປເຊຍ ນ້ອງເຈນ ຢ່າງສຸດໃຈຢູ່ແລ້ວ!!! ສູ້ໆເດີ່…

 

ແບ່ງປັນ