ງົດງາມ! ປະເພນີລາວ… ມາເບິ່ງພາບບັນຍາກາດ ການວຽນທຽນ, ແຫ່ໂຄມໄພ, ໄຫຼເຮືອໄຟ ແລະ ລອຍກະໂທງໃນມື້ບຸນອອກພັນສາ…
ຜ່ານໄປແລ້ວສໍາລັບປະເພນີບຸນອອກພັນສາ ປະວໍລະນາ ທີ່ເປັນໜຶ່ງໃນຮີດ 12 ຂອງປະເພນີລາວ ເຊິ່ງສໍາລັບພຸນປະເພນີອອກພັນສານີ້ ກໍມີກິດກໍາຫຼັກໆຄື ຕັກບາດໃນຕອນເຊົ້າ, ຕອນແລງກໍຈະມີການວຽນທຽນ, ໄຫຼເຮືອໄຟ ແລະ ລອຍກະໂທງ ເຊິ່ງເປັນກິດຈະກໍາທີ່ຄູ່ຮັກມັກນິຍົມພາກັນໄປລອຍກະໂທງ. ຫຼັງໆມານີ້ໄດ້ມີອີກກິດຈະກໍາໜຶ່ງທີ່ຄົນໜຸ່ມສາວກໍາລັງນິຍົມກັນ ໂດຍສະເພາະສາວໆ ກັບກິດຈະກໍາແຕ່ງກາຍແບບລາວເດີມ ແລະ ລາວສະໄໝ ໄປຖ່າຍຮູບ ແຫ່ໂຄມໄຟໃນຄໍ່າຄືນຂອງມື້ອອກພັນສານັ້ນເອງ. ສໍາລັບກິດຈະກໍານີ້ແມ່ນມີຈຸດສຸມຢູ່ທີ່ ວັດ ອົງຕື້ ມະຫາວິຫາຣ ປີນີ້ກໍໄດ້ຈັດຂຶ້ນໃນວັນທີ 12-13 ຕຸລາ 2019 ທີ່ຜ່ານມານີ້ເອງ. ແລະ ມື້ນີ້ແອັດກໍໄດ້ນໍາພາບບັນຍາກກາດຂອງຄໍ່າຄືນມື້ນັ້ນມາຕ້ອນສາວໆທີ່ບໍ່ໄດ້ໄປຮ່ວມ ຈະຕ້ອງໝາຍຕາໄວ້ວ່າ ປີໜ້າຕ້ອງຫາເວລາໄປຖ່າຍຮູບງາມໆ ມາອວດໝູ່ໃຫ້ໄດ້… ເພາະມັນເປັນພາບທີ່ງົດງາມຫຼາຍ! ເອົາເປັນວ່າເຮົາມາເບິ່ງພ້ອມກັນເລີຍ!!!