Breaking News

ສ່ອງໂປຣຟາຍໜ້າຮັກ!!! ນ້ອງແຮນນ້າ ຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ… MISS ASIA 2019

ແບ່ງປັນ

ສ່ອງໂປຣຟາຍ!!! ນ້ອງແຮນນ້າ ນັກສະແດງລຸ້ນນ້ອຍ ທີ່ກໍາລັງຈະເປັນຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ…

ເມື່ອເວົ້າເຖິງນັກສະແດງລຸ້ນນ້ອຍທີ່ຫຼາກຫຼາຍຄວາມສາມາດ ແລະ ກໍາລັງມາແຮງທີ່ສຸດໃນຕອນນີ້ ເຊື່ອວ່າແຟນໆຄົງຈະຄິດພາບ ແລະ ຊື່ຂອງສາວນ້ອຍຄົນນີ້ຢູ່ໃນລີສແນ່ນອນແມ່ນບໍ່? ເພາະຖ້າຖາມແອັດມິ້ນແລ້ວ ແອັດກໍຄິດເຫັນແຕ່ພາບຂອງສາວນ້ອຍຄົນນີ້ຢູ່ສະເໝີ ນັ້ນກໍຄື ນ້ອງ ແຮນນ້າ ສາວນ້ອຍໜ້າຮັກທີ່ໃຜເຫັນກໍຕ້ອງຕົກຂຸມຮັກນາງ. ນ້ອງແຮນນ້າ ຫຼື ແຮນນ້າ ໂຣເຊັ່ນບຣູ້ມ ສາວນ້ອຍອາຍຸ 18 ປີ ທີ່ເລີ່ມເຂົ້າວົງການດ້ວຍການປະກວດຮ້ອງເພງ ແປັບຊີ່ ຊິງກິ່ງຄອນເທັດ, ໂຄງການ ໂຊຟີ ຄອນເທັດ ຈົນມີຜົນງານການສະແດງເລື່ອງທໍາອິດຄື: ຮັກນີ້ສີບົວ Season 1, Dairy Love ຮັກວຸ້ນວາຍຂອງຄຸນໜູເນເນ່ Season 1&2, Sofy girl dairy ແລະ ຫຼ້າສຸດກັບຜົນງານການປະກວດເວທີ Miss Teen Lao 2019  ໄດ້ຮອງອັນດັບ 1 ມາຄອງ… ແລະ ປັດຈຸບັນນີ້ ນ້ອງແຮນນ້າ ກໍກໍາລັງກະກຽມທີ່ຈະໄປປະກວດໃນເວທີ Miss Asia 2019 ຢຸ່ທີ່ປະເທດອິນເດຍ ໃນນາມຕົວແທນຂອງປະເທດລາວເຮົາ. ແຕ່ເບິ່ງຈາກຄວາມສາມາດລະດັບນີ້ແລ້ວ ແອັດມິ້ນເຊື່ອຢ່າງສຸດໃຈວ່າ ນ້ອງແຮນນ້າ ຈະຕ້ອງຄວ້າຈັກລາງວັນຈາກການປະກວດຄັ້ງນີ້ໄດ້ແນ່ນອນ ຂໍເປັນກໍາລັງໃຈໃຫ້ເຕັມທີ່ເດີ້!!!

ແຕ່ມື້ນີ້ບໍ່ໄດ້ມາໂປຣໂມດນາງງາມຢ່າງດຽວເດີ້!!! ແຕ່ຈະພາໜຸ່ມມາໃຈລະລາຍ ກັບໂປຣຟາຍສຸດແສນຈະໜ້າຮັກຂອງສາວນ້ອຍຄົນນີ້… ເອົາເປັນວ່າເຮົາບໍ່ຊັກຊ້າເສຍເວລາ ໄປເບິ່ງກັນເລີຍ!

ຂອບໃຈຮູບພາບຈາກ ເຟສບຸກ: Hannah Rosenbloom

ແບ່ງປັນ