Sasyratn Jewelry ເປີດສາຂາໃໝ່ທີ່ Lao Plaza ໃຫ້ສາວໆ ໄດ້ສໍາພັດຄວາມງົດງາມ ແລະ ຊົງຄຸນຄ່າ ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ທີ່ຜ່ານມາ… ໂດຍມີເຊລເລບ, ດາລາ, ນັກທຸລະກິດ ແລະ ຜູ້ທີ່ສົນໃຈເຂົ້າຮ່ວມສະແດງຄວາມຍິນດີ ແລະ ຮ່ວມສໍາພັດ ກັບການເປີດຕົວເຄື່ອງປະດັບພອຍ ຄໍເລັກຊັ່ນໃໝ່ ທີ່ທາງຮ້ານຈັດຂຶ້ນມາເປັນພິເສດສໍາລັບພິທີເປີດສາຂາໃໝ່ໃນຄັ້ງນີ້, ພ້ອມທັງມີໂປຣໂມຊັ່ນພິເສດສໍາລັບຜູ້ທີ່ຊື້ເຄື່ອງປະດັບມື້ງານ ແມ່ນຈະໄດ້ຮັບສ່ວນຫຼູດນໍາອີກ ແລະ ລາຍໄດ້ສ່ວນໜຶ່ງຈາກການຂາຍເຄື່ອງໃນມື້ງານ ແມ່ນຈະຮ່ວມສົມທົບທຶນເພື່ອການກຸສົນພ້ອມ!!! ຕະຫຼອດຄໍ່າຄື່ນອັນງົດງາມ ແລະ ຊົງຄຸນຄ່າ ເນື່ອງໃນໂອກາດເປີດສາຂາໃໝ່ນີ້ ນອກຈາກຈະໄດ້ສໍາພັດກັບເຄື່ອງປະດັບອັນຊົງຄຸນຄ່າຫຼາກຫຼາຍປະເພດແລ້ວ ແຂກທີ່ເຂົ້າຮ່ວມງານຍັງໄດ້ຮັບຊົມການເດີນແບບ ໂຊຊຸດເຄື່ອງປະດັບທີ່ສຸດແສນຈະງົດງາມນໍາອີກ…
ເຊິ່ງນໍາທີມໂດຍ ເຈົ້າຂອງແບຣນ Sasyratn Jewelry ທ່ານນາງ ສາສີຣັດ ສຸພານຸວົງ
ໂຢໂຢ່ ມະນີພູໄຊ Miss Champa Laos
ໂສລະຍາ ຄອນດີ Miss Teen Laos
ແລະ ນາງແບບ ນາຍແບບຊື່ດັງອີກຫຼາກຫຼາຍ…
ນອກຈາກນັ້ນ ຍັງມີເຊລເລບ ດາຣາ ແລະ ນັກທຸລະກິດ ເຂົ້າຮ່ວມອີກຫຼາກຫຼາຍ…