Breaking News

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ…

ແບ່ງປັນ

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ…

ໄລຍະນີ້ມີຂ່າວເລື່ອງທຶນໄປຮຽນຕໍ່ຕ່າງປະເທດຫຼາຍ ທັງທຶນຊ່ວຍເຫຼືອຈາກລັດຖະບານທີ່ບອກວ່າຟຣີບໍ່ເສຍຄ່າໃຊ້ຈ່າຍ ຫຼືທຶນຊ່ວຍເຫຼືອຈາກບັນດາໜ່ວຍງານຕ່າງໆສໍາລັບນັກສຶກສາລາວທີ່ສົນໃຈ ມັນມີຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ຮູ້ວ່າ ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ ສວຍໃຊ້ໂອກາດນີ້ເພື່ອຊອກຫາຜົນປະໂຫຍດເຂົ້າຕົນເອງ ໂດຍການກ່າວອ້າງເລື່ອງທຶນໄປຮຽນຕໍ່ ເພື່ອຕົວະຍົວະເອົາເງິນຈາກຜູ້ທີ່ສົນໃຈ… ສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການ ເຖິງບັນດາຜູ້ປົກຄອງນັກຮຽນ ນັກສຶກສາ ແລະ ປະຊາຊົນທົ່ວປະເທດ ເລື່ອງ ການໂຄສະນາເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ຂອງບໍລິສັດ ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆ​ທີ່ບໍ່ເປັນທາງການ ໂດຍສະເພາະ ສປ ຈີນ ໂດຍອ້າງວ່າ ເປັນທຶນຂອງລັດຖະບານ. ໂດຍມີລາຍລະອຽດຂ້າງລຸ່ມນີ:

ແບ່ງປັນ