Breaking News

ເຫດຜົນທີ່ຄວນລາພັກວຽກ ເພື່ອໄປພັກຜ່ອນ!!!

ແບ່ງປັນ

ເມື່ອເຂົ້າສູ່ໄວເຮັດວຽກ ຄວາມຈໍາເປັນຫຼັກໆກໍຄື ຕ້ອງກໍຫາເງິນລ້ຽງຕົນເອງ ແລະ ຄອບຄົວ ທຸກມື້ນີ້ມີຫຼາຍໆຄົນທີ່ທຸ້ມເທກັບການເຮັດວຽກຫຼາຍເກີນໄປ ບາງຄົນເຮັດວຽກຈົນບໍ່ຫຼັບບໍ່ນອນ ກົດດັນກັບວຽກຈົນເຮັດໃຫ້ບໍ່ມີຄວາມສຸກໃນການເຮັດວຽກ

ໃນຊ່ວງມື້ພັກວຽກທ້າຍອາທິດ ຫຼືມື້ພັກຍາວຂອງແຕ່ລະເດືອນຫຼາຍຄົນເລືອກທີ່ຈະນອນຢູ່ເຮືອນ ລອງປ່ຽນພຶດຕິກຳເຫຼົ່ານັ້ນ ແລ້ວອອກໄປທ່ອງທ່ຽວໃນສະຖານທີ່ແປກໃໝ່ ປ່ຽນບັນຍາກາດ ປ່ຽນບ່ອນນອນ ຫຼືໃຜທີ່ລາພັກກໍລອງໄປທ່ອງທ່ຽວຢູ່ຕ່າງປະເທດເບິ່ງ ຮັບຮອງວ່າເຈົ້າອາດຈະໄດ້ພົບກັບຂໍ້ດີຫຼາຍໆຢ່າງ ແລະ ມື້ນີ້ຂວັນໃຈຈະນໍາເອົາຄວາມຮູ້ມາໃຫ້ທຸກຄົນໄດ້ອ່ານວ່າ 7 ເຫດຜົນຂອງການທີ່ເຮົາຄວນລາພັກໄປທ່ອງທ່ຽວນັ້ນມີຂໍ້ດີຫຍັງແດ່

1. ໄດ້ຜ່ອນຄາຍຈາກຄວາມກົດດັນໃນການເຮັດວຽກ

ເຮົາຈະເຫັນໄດ້ວ່າການເຮັດວຽກເປັນສາເຫດຫຼັກທີ່ເຮັດໃຫ້ເຮົາມີຄວາມຄຽດໄດ້ສະເໝີ ແລະ ເມື່ອເກີດຄວາມຄຽດກໍຈະສົ່ງຜົນກະທົບຫຼາຍໆຢ່າງ ບາງຄົນກໍເຈັບຫົວ ເຈັບເສັ້ນ ບາງຄົນກໍຫງຸດຫງິດງ່າຍ ອາລົມເສີຍງ່າຍ ເຊິ່ງອາການເຫຼົ່ານີ້ລ້ວນແຕ່ເປັນສັນຍານເຕືອນໃຫ້ເຮົາຮູ້ວ່າ ເປັນອາການກົດດັນຈາກການເຮັດວຽກ ແລະ ອາດຈະເຮັດໃຫ້ການເຮັດວຽກນັ້ນປະສິດທິພາບຕໍ່າລົງ ສະນັ້ນ ໃຜທີ່ມີວັນລາພັກເຫຼືອ ຄວນປ່ອຍວາງຈາກເລື່ອງຄຽດໆທຸກຢ່າງແລ້ວອອກເດີນທາງໄປຫາປະສົບການໃຫມ່ໆໃຫ້ຊີວິດກັນດີບໍ

ผลการค้นหารูปภาพสำหรับ ท่องเที่ยว"

2. ຊ່ວຍພັດທະນາຄວາມຄິດ

ການທີ່ໄດ້ອອກໄປທ່ຽວໃນສະຖານທີ່ຕ່າງໆເຮັດໃຫ້ເຮົາໄດ້ເປີດຫູເປີດຕາຫຼາຍຂຶ້ນ ໄດ້ເຫັນຫຼາຍໆຢ່າງທີ່ບໍ່ເຄີຍເຫັນ ໄດ້ເຝິກການສັງເກດສິ່ງທີ່ຢູ່ອ້ອມຕົວ ແລະ ໄດ້ຄວາມຄິດໃຫມ່ຈາກການເດີນທາງ ການທີ່ໄດ້ໄປທ່ອງທ່ຽວສະຖານທີ່ແປກໆທີ່ເຕັມໄປດ້ວຍສິ່ງໃຫມ່ໆນັ້ນຈະເຮັດໃຫ້ເຮົາເກີດມີແຮງບັນດານໃຈໃນການຄິດສ້າງສັນໄດ້ຫຼາຍກວ່າທີ່ເກົ່າໆ

ผลการค้นหารูปภาพสำหรับ ท่องเที่ยว"

3. ເຂົ້າໃຈ ແລະ ຍອມຮັບຄວາມແຕກຕ່າງຂອງຄົນອື່ນ

ຄົນເຮົາທຸກຄົນເກີດມາແຕກຕ່າງກັນ ບໍ່ວ່າຈະເປັນເພດ ເຊື້ອຊາດ ສາສະໜາ ສັງຄົມ ແລະ ວັດທະນະທໍາທີ່ແຕກຕ່າງກັນອອກໄປ ສະນັ້ນ ຄົນເຮົາຈຶ່ງມີມຸມມອງ ຄວາມຄິດ ແລະ ຄວາມເກັ່ງທີ່ແຕກຕ່າງກັນໄປ ການທີ່ເຮົາໄປອອກໄປທ່ອງທ່ຽວຕ່າງແດນນັ້ນ ຈະເຮັດໃຫ້ເຮົາໄດ້ມີໂອກາດເຫັນອະລິຍະທໍາຕ່າງໆ ໄດ້ຮຽນຮູ້ ແລະ ເຂົ້າໃຈ ສັງຄົມນັ້ນຫຼາຍຂຶ້ນ ຖ້າຫາກວ່າເຮົາບໍ່ຍອມຮັບຄວາມແຕກຕ່າງເຫຼົ່ານັ້ນ ກໍອາດຈະເຮັດໃຫ້ເກີດຄວາມຄັດແຍ້ງດ້ານຄວາມຄິດ ແລະ ເກີດບັນຫາຂຶ້ນໂດຍບໍ່ຈົບ

ผลการค้นหารูปภาพสำหรับ ท่องเที่ยว"

4. ຊໍານານໃນການແກ້ໄຂບັນຫາ

ເມື່ອເຮົາກ້າວອອກໄປຈາກບ່ອນທີ່ເຮົາຄຸ້ນເຄີຍ ໄປສູ່ໂລກທີ່ບໍ່ຄຸ້ນເຄີຍ ດັ່ງນັ້ນ ເຮົາຕ້ອງຕື່ນຕົວມີສະຕິຢູ່ຕະຫຼອດເວລາ ແລະ ພ້ອມທີ່ຈະຮັບມືກັບບັນຫາທີ່ຈະເກີດຂຶ້ນໄດ້ໃນທຸກຮູບແບບ ການທ່ອງທ່ຽວກໍເຊັ່ນດຽວກັນ ຈະບໍ່ມີໃຜໃຫ້ຄວາມຊ່ວຍເຫຼືອເຮົາ ຄືຕອນທີ່ເຮົາຢູ່ບ້ານ ເຮົາຕ້ອງເພິ່ງພາຕົນເອງເປັນຫຼັກ ແລະ ແນ່ນອນວ່າຖ້າເຮົາຜ່ານມັນມາໄດ້ ປະສົບການໃນການທ່ອງທ່ຽວໃນຄັ້ງນີ້ຈະເຮັດໃຫ້ເຮົາມີສະຕິໃນການແກ້ໄຂບັນຫາໄດ້ຫຼາຍກວ່າເກົ່າແນ່ນອນ

ผลการค้นหารูปภาพสำหรับ ท่องเที่ยว"

5. ເຝິກຄວາມອົດທົນ

ຢູ່ບ່ອນໃດກໍບໍ່ມີຄວາມສຸກຄວາມສະບາຍໃຈເທົ່າກັບຢູ່ເຮືອນເຮົາອີກແລ້ວ ຫຼາຍຄົນອາດຈະໄດ້ຍິນປະໂຫຍກນີ້ຕະຫຼອດ ເຊິ່ງກໍເປັນເລື່ອງຈິງທີ່ຕ້ອງຍອມຮັບ ເມື່ອມື້ໜຶ່ງທີ່ເຮົາຈໍາເປັນຕ້ອງເດີນທາງໄກເພື່ອຈຸດມຸ່ງໝາຍຫຍັງກໍແລ້ວແຕ່ ແນ່ນອນວ່າມັນຄຶຈະບໍ່ສະບາຍໃຈ ແລະ ບໍ່ລາບລື່ນຕະຫຼອດເວລາ ບໍ່ວ່າຈະເປັນການນັ່ງຖ້າລົດດົນໆ ອົດທົນຍ່າງຜ່ານປ່າຂຶ້ນພູເພື່ອໄປເບິ່ງຕາເວັນຕົກດິນໃນຍາມຕອນແລງ ຖ້າເຮົາຜ່ານສິ່ງເຫຼົ່ານີ້ໄປເຮົາກໍຈະກາຍເປັນຄົນທີ່ມີຄວາມອົດທົນຫຼາຍຂຶ້ນ ແລະ ທີ່ສໍາຄັນຍັງເຮັດໃຫ້ເຮົາຮູ້ວິທີຮັບມືຫຼາຍໆຢ່າງອີກດ້ວຍ

ผลการค้นหารูปภาพสำหรับ ท่องเที่ยว"

6. ເປີດໃຈຮັບສິ່ງໃຫມ່ໄດ້ຫຼາຍຂຶ້ນ

ການທີ່ເຮົາຕ້ອງອອກໄປພົບພໍ້ກັບໂລກກວ້າງຈະເຮັດໃຫ້ເຮົາຮູ້ເລື່ອງໃຫມ່ໆທີ່ເກີດຂຶ້ນເຕັມໄປໝົດ ບໍ່ວ່າຈະເປັນເລື່ອງ ສາສະໜາ ວັດທະນະທໍາ ການເປັນຢູ່ທີ່ເຮົາບໍ່ເຄີຍເຫັນມາກ່ອນ ເຮັດໃຫ້ເຮົາໄດ້ເປີດຫູ ເປີດຕາ ແລະ ເປີດໃຈຫຼາຍຂຶ້ນ ນອກຈາກເຮົາຈະໄດ້ໃນສິ່ງທີ່ບໍ່ເຄີຍເຫັນແລ້ວ ເຮົາຍັງໄດ້ປະສົບການໃນຊີວິດຫຼາຍຂຶ້ນ

ผลการค้นหารูปภาพสำหรับ ท่องเที่ยว"

7. ການທ່ອງທ່ຽວຈະປ່ຽນໃຫ້ເຈົ້າເປັນຄົນໃຫມ່

ເມື່ອເຮົາໄດ້ໄປເຫັນສິ່ງທີ່ແຕກຕ່າງຈາກສະພາບແວດລ້ອມເກົ່າແລ້ວ  ຈະເຮັດໃຫ້ເຮົາເກີດແຮງບັນດານໃຈ ແລະ ຢາກປ່ຽນແປງຕົວເອງ ເພາະການເດີນທາງເຮັດໃຫ້ເຮົາໄດ້ພົບພໍ້ຊີວິດໃນຮູບແບບໃຫມ່ ການເປັນຢູ່ ຄົນຕ່າງຊາດ ຕ່າງສາສະໜາ ຮຽນຮູ້ຊີວິດໃຫມ່ທີ່ອາດຈະດີກວ່າເກົ່າ

ผลการค้นหารูปภาพสำหรับ ท่องเที่ยว"

ເຂົາເວົ້າກັນວ່າ ການທ່ອງທ່ຽວກໍຄືກັບການລົງທຶນ ມັນສອນເຮົາຫຼາຍຢ່າງກ່ຽວກັບຊີວິດ ໄດ້ຫຼາຍກວ່າຫ້ອງນ້ອຍໆສີ່ຫຼ່ຽມທີ່ເຮົາເຮັດວຽກຢູ່ ຄໍາແນະນໍາຈາກຄົນແປກໜ້າໃນຕ່າງແດນ ຈະເຮັດໃຫ້ເຮົາເກີດແຮງບັນດານໃຈພັກດັນຕົນເອງໃຫ້ກ້າວໄປໃນທາງທີ່ດີຂຶ້ນ ແລະ ກັບມາເຮັດວຽກໄດ້ຢ່າງມີປະສິດທິພາບແນ່ນອນ.

ຂອບໃຈຂໍ້ມູນຈາກ: M Thai

 

ແບ່ງປັນ