ເວລາຜ່ານໄປ ໄວປານຂີ້ຕົວະ ບໍ່ພໍເທົ່າໃດໜຸ່ມນາຍແບບ ສຸດຮອດ ສຸດຫລໍ່ ຜູ້ຊະນະເລີດ ຈາກເວທີ LAOS Super Model 2016 (ລາວ ຊຸບເປີໂມເດວ ລຸ້ນເຍົາວະຊົນ) ກໍໃຫຍ່ເປັນບ່າວແລ້ວ ສໍາລັບ ໜຸ່ມນ້ອຍ ອະພິວັດ ປຮະໄພ ຫຼື ນ້ອງ ເຊັນເຊຍຢ້າ ຕັ້ງແຕ່ເລີ່ມເຂົ້າສູ່ວົງການ ພວກເຮົາກໍເຫັນຜົນງານຂອງໜຸ່ມນ້ອຍຄົນມາເລື້ອຍໆ ບໍ່ວ່າຈະເປັນເດີນແບບ-ຖ່າຍແບບ ແລະ ເດີນສາຍປະກວດຈົນສາມາດກວດລາງວັນຈາກເວທີ ດັງໆ ທັງພາຍໃນ ແລະ ຕ່າງປະເທດ ນອກຈາກນັ້ນເຊຢ້າ ຍັງມີຄວາມສາມາດພິເສດ ຄື ການຫຼີ້ນດົນຕີ (ກິຕ້າ) ຮ້ອງເພັງ, ເຕັ້ນ Cover ເພັງດັງ ເຊິ່ງເຮົາຈະມັກເຫັນຜົນງານທີ່ປ່ອຍອອກມາຜ່ານ ເພສ Aphiwat Saint Seiya ເອີ້ນໄດ້ວ່າ ອາຍຸນ້ອຍ ແຕ່ຄົບເຄື່ອງເລື່ອງຄວາມສາມາດອີຫຼີ ແລະ ລ່າສຸດເຮົາກໍເຫັນໜຸ່ມນ້ອຍຄົນນີ້ ທີ່ງານ Wow Fashion Week 2019 ທີ່ຜ່ານມາ ເຮັດໃຫ້ເປັນຈຸດ Focus ຂອງຊ່າງພາບທັງຫຼາຍ ມື້ນີ້ຂວັນໃຈກໍເລີຍຢາກນໍາພາແຟນໆ ມາທໍາຄວາ່ມຮູ້ຈັກກັບໜຸ່ມນ້ອຍຄົນນີ້ຫຼາຍຂຶ້ນ…
ລາງວັນ ແລະ ຜົນງານກາລັນຕີຄວາມສາມາດຂອງໜຸ່ມນ້ອຍ ເຊັນເຊຍຢ້າ
– ລາງວັນ ຊະນະເລີດ Laos Supper Model 2016.
– ລາງວັນ ຊະນະເລີດ Santa Kids 2017.
– Super Junior boy Top Model Thailand 2017
– Top Runway Top Model Thailand 2017
– Face of Beauty Top Model Thailand 2017
– Kid Model Thailand 2017
– Laos-Vietnam costume 2017
– ຊະນະເລີດ Fashion Fair 2019
ຂອບໃຈຮູບພາບຈາກເພສ Aphiwat Saint Seiya