ເປັນແມ່ຍິງລາວອີກຄົນໜຶ່ງທີ່ມີຄວາມສາມາດ ດ້ານກິລາ ແລະ ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນສໍາລັບ ນັກມວຍສາວຄົນນີ້ ດາວມະຍຸລີ ຈັນທິລາດ ຫຼືດີ້ສາວລາວ ນັກມວຍ ຄິກບ່ອກຊິ່ງ ຜູ້ທີ່ມີຄວາມຝັນ ແລະ ເປົ້າໝາຍຊັດເຈນຄື ຢາກຈະຂຶ້ນເວທີໃຫຍ່ລະດັບສູງສຸດຂອງວົງການນີ້… ແລະ ພວກເຮົາກໍມັກຈະໄດ້ເຫັນການພັດທະນາຂອງ ສາວນ້ອຍຄົນນີ້ຢູ່ເປັນປະຈໍາ ຜ່ານການຂຶ້ນຊົກແຕ່ລະຄັ້ງ ເຊິ່ງສ່ວນຫຼາຍກໍໄດ້ຮັບໄຊຊະນະ!! ແລະ ມື້ນີ້ກໍເປັນສິ່ງທີ່ໜ້າຍິນດີອີກສິ່ງໜຶ່ງ ເມື່ອສາວດີ້ໄດ້ໂພສຮູບຜ່ານ Page Facebook ສ່ວນຕົວ Dee Sao Lao – ດີ້ ສາວລາວ ກ່ຽວກັບເບື້ອງຫຼັງການຖ່າຍສາລະຄະດີວ່າ “ຂ້ອຍດີໃຈທີ່ໄດ້ເປັນສວ່ນໜຶ່ງທີ່ໄດ້ເຂົ້າຮ່ວມເຮັດສາລະຄະດີກ່ຽວກັບປະເທດລາວ ແລະ ໂຊຄວາມສາມາດຂອງຕົນເອງອອກສູ່ຕ່າງປະເທດ ເຊິ່ງຈະໄດ້ອອກໂທລະທັດຂອງຕ່າງປະເທດຄື ປະເທດເຢຍລະມັນ ຊື່ຊ່ອງ SAT 1Glad to be part of a documentary about my country for German TV SAT1 program Grenzenlos – Die Welt entdecken” ເຊິ່ງມັນກໍສະແດງໃຫ້ເຫັນວ່າ ສາວດີ້ ໄດ້ Go Inter ໄປອີກຂັ້ນໜຶ່ງ ສ່ວນຄວາມຝັນທີ່ຢາກຈະຢືນຢູ່ຈຸດສູງສຸດຂອງນັກກິລາສາຍນີ້ກໍຄົງຈະບໍ່ໄກເກີນໄປ ສໍາລັບຄົນເກັ່ງໆແບບນີ້… ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີກັບສາວດີ້ ແລະ ຂໍເປັນກໍາລັງໃຈໃຫ້ໄປເຖິງເປົ້າໝາຍທີ່ຕັ້ງໄວ້ໂດຍໄວເດີ້!!
ຂອບໃຈຮູບພາບຈາກ: Dee Sao Lao – ດີ້ ສາວລາວ