Breaking News

ຊົມເຊີຍ! ພະເອກໜຸ່ມສຸດຮ໋ອດ “ລີມິນໂຮ” ທຸ່ມເງິນບໍລິຈາກຫຼາຍກວ່າ 2.340.000.000 ກີບ ໃຫ້ປະຊາຊົນເກົາຫລີໃຕ້ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ-19…

ແບ່ງປັນ

ປັດຈຸບັນ ພະຍາດລະບາດ ໂຄວິດ-19 ກຳລັງແຜ່ລະບາດໄປທົ່ວທຸກມຸມໂລກ ລວມທັງປະເທດເກົາຫຼີໃຕ້ກໍໄດ້ຮັບເຊື້ອໄວຣັສນີ້ເຊັ່ນກັນ ແລະ ເບິ່ງສະຖານະການກໍເພີ່ມຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງການເຮັດວຽກຂອງບຸກຄະລາກອນທາງການແພດກໍກຳລັງເຮັດວຽກຢ່າງໝັກໜ່ວງໃນຂະນະນີ້ ກຳລັງໃຈ ແລະ ແຮງສະໜັບສະໜູນກໍເກີດຂຶ້ນຢ່າງຕໍ່ເນື່ອງ ລວມທັງສິລະປຶນ ດາລາໃນເກົາຫຼີຕ່າງກໍພາກັນຮ່ວມບໍລິຈາກເງິນ ເພື່ອສະໜັບສະໜູນການເຮັດວຽກຂອງເຈົ້າໜ້າທີ່ເປັນຈໍານວນຫຼາຍ… ຫຼ້າສຸດສື່ລາຍງານວ່າ ລີມິນໂຮ ແລະ MYM Ent. ຕົ້ນສັງກັດ ໄດ້ຮ່ວມກັນບໍລິຈາກເງິນກວ່າ 300 ລ້ານວອນ (2.340.000.000 ກີບ) ໄປຍັງໜ່ວຍງານຕ່າງໆເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ-19

ສໍາລັບ ລີມິນໂຮ ແມ່ນເປັນນາຍແບບ ແລະ ນັກສະແດງສຸດຮ໋ອດຂອງປະເທດເເກົາຫລີໃຕ້  ເຊິ່ງເລີ່ມມີຜົນງານການສະແດງໃນປີ ພສ 2549 ຈາກເລື່ອງ  Secret Campus  ກ່ອນຈະມາໂດ່ງດັງຈາກບົດ ກູຈຸນໂຍ ຈາກລະຄອນເລື່ອງ Boys Over Flowers ໃນປີ 2552 ເຮັດໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ ມີແຟນຄັບເພີ່ມຂຶ້ນ ແລະ ກາຍເປັນດາລາທີ່ໂດ່ງດັງທີ່ສຸດໃນເກົາຫລີ ລວມເຖິງຫຼາຍປະເທດໃນ ອາຊີ ເອີ້ນໄດ້ວ່າເປັນຜົນງານທີ່ເຮັດໃຫ້ພະເອກໜຸ່ມສຸດຫລໍ່ຄົນນີ້ແຈ້ງເກີດໃນວົງການບັນເທິງເລີຍກໍວ່າໄດ້… ຕໍ່ມາກໍມີຜົນງານການສະແດງຫຼາຍຂຶ້ນເລື້ອຍໆເຊັ່ນ ຊີຣີ່ City Hunter,   The Heirs … ຈາກຊີຣີ່ດັ່ງກ່າວເຮັດໃຫ້ ລີມິນໂຮ ເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນປະເທດຈີນ ແລະ ກາຍເປັນດາລາເກົາຫລີທີ່ໂດ່ງດັງດັງທີ່ສຸດໃນປະເທດຈີນເຊັ່ນກັນ ດ້ວຍເຫດນັ້ນຈື່ງເຮັດໃຫ້ພະເອກໜຸ່ມຄົນນີ້ມີຜູ້ຕິດຕາມໃນ weibo ຫຼາຍທີ່ສຸດໃນປັດຈຸຸບັນເຖິງ 28 ລ້ານຄົນ

ผลการค้นหารูปภาพสำหรับ ลี มินโฮ

ผลการค้นหารูปภาพสำหรับ ลี มินโฮ

ผลการค้นหารูปภาพสำหรับ ลี มินโฮ

ผลการค้นหารูปภาพสำหรับ ลี มินโฮ

ผลการค้นหารูปภาพสำหรับ ลี มินโฮ

ผลการค้นหารูปภาพสำหรับ ลี มินโฮ​

ผลการค้นหารูปภาพสำหรับ ลี มินโฮ

ເຊິ່ງ ລີມິນໂຮ ໄດ້ບໍລິຈາກເງິນຜ່ານ PMZ ແພຣດຟອມ ເວົ້າໄດ້ວ່າທັງຫຼໍ່ທັງໃຈດີອີກ!!!

ແບ່ງປັນ