Breaking News

ຮ່ວມສົ່ງໃຈເຊຍ!! ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດໄທ…

ແບ່ງປັນ

ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 7  ມີນາ ສາວ ຕຸບີ່ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss International Queen 2020 ຢູ່ທີ່ ປະເທດໄທ ແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວ ຕຸບີ່ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ…

ສ່ວນແອັດມິນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່!  ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ຕຸບີ່ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!!

ຂອບໃຈຮູບພາບຈາກ: aliya sirisopha

ແບ່ງປັນ