ສະພາບການຕອນນີ້ຂອງບ້ານເຮົາ ແລະ ທົ່ວໂລກຖືວ່າຕົກຢູ່ໃນສະຖານະການທີ່ນ່າເປັນຫ່ວງຫຼາຍ ຍ້ອນໂລກລະບາດ Covid-19 ກຳລັງແຜ່ລະບາດນັບມື້ນັບຮຸນແຮງ! ການລະບາດຂອງພະຍາດນີ້ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ, ຫຼາຍປະເທດຕ້ອງໄດ້ປິດເມືອງ, ປິດຊາຍແດນ, ປິດສາຍການບິນ, ງົດການຈັດຊຸມນຸມຕ່າງໆ, ບາງສະຖາບັນການສຶກສາກໍຕ້ອງໄດ້ປິດຊົ່ວຄາວ… ເພື່ອສະກັດກັ້ນພະຍາດດັ່ງກ່າວນີ້ ແລະ ບໍ່ພຽງແຕ່ສົ່ງຜົນຕໍ່ເສດຖະກິດເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບໄປເຖິງການໃຊ້ຊີວິດຂອງຄົນຢູ່ໃນສັງຄົມ ທີ່ມີຄວາມຫຍຸ້ງຍາກຫຼາຍດ້ານ ໄປໃສມາໃສກໍຕ້ອງໄດ້ປ້ອງກັນຕົວເປັນພິເສດ ມີຄວາມລະແວງໄປໝົດ ເຖິງວ່າຕອນນີ້ຢູ່ປະເທດລາວເຮົາຍັງບໍ່ທັນກວດພົບວ່າມີຄົນຕິດເຊື້ອພະຍາດນີ້ເທື່ຶອ ແຕ່ປະເທດເຮົາກໍມີແຈ້ງການຕ່າງໆອອກມາເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດນີ້ ແລະ ສິ່ງທີ່ຕາມມາກໍຄືຂໍ້ສົງໃສຂອງຄົນລາວທຸກຄົນວ່າ ເປັນຫຍັງປະເທດອ້ອມຂ້າງມີຄົນຕິດເຊື້ອ Covid-19 ແລ້ວເປັນຫຍັງບ້ານເຮົາຄືບໍ່ມີ ນີ້ເປັນອີກໜື່ງບັນຫາໃຫຍ່ທີ່ຕ່່າງຄົນພາກັນຕັ້ງຄໍາຖາມ ແລະ ການຈັດກິດຈະກຳຕ່າງໆເປັນຫຍັງຈຶ່ງເລື່ອນອອກໄປ ແລະ ອີກຫຼາກຫຼາຍຄໍາຖາມ… ມື້ນີ້ຂວັນໃຈໄດ້ໄປເຫັນບົດຄວາມດີໆອີກບົດໜື່ງ ແລະ ຢາກມາແບ່ງປັນໃຫ້ທຸກຄົນໄດ້ອ່ານກັນ… ກ່ຽວກັບປະເດັນພະຍາດລະບາດ Covid-19 ທີ່ຫຼາຍຄົນສົງໃສ ມາໃຫ້ຫາຍຂ້ອງໃຈກັນ ເຮົາໄປເບິ່ງນໍາກັນເລີຍ!!!
“ເປັນຫຍັງຈຶ່ງຫ້າມບໍ່ໃຫ້ຈັດງານໃຫຍ່ຊ່ວງນີ້? Social Distancing ແມ່ນຫຍັງ? ແລ້ວມັນຈະຊ່ວຍລ້າງບາງ COVID 19 ໄດ້ແນວໃດ?
Social Distancing ແມ່ນຫຍັງ?
Social Distancing ຫຼື ການຫຼີກລ່ຽງການຢູ່ໃກ້ກຸ່ມຄົນ ແມ່ນເຕັກນິກທີ່ໃຊ້ມາຫຼາຍທົດສະຫວັດແລ້ວໃນບ່ອນທີ່ມີການລະບາດຂອງພະຍາດແບບ covid 19.
ເຮັດໄປເພື່ອຫຍັງ?
ປະເທດຈີນສາມາດຄວບຄຸມການແຜ່ລະບາດຈົນສາມາດຄວບຄຸມໄດ້ແລ້ວໃນຕອນນີ້ກໍຍ້ອນການນຳໃຊ້ເຕັກນິກນີ້.
ຫຼາຍປະເທດກໍປະຕິບັດເຕັກນິກດຽວກັນນີ້ຫຼາຍຂຶ້ນຈາກການເລີ່ມຍົກເລີກສາຍການບິນ, ປິດດ່ານ, ບໍ່ໃຫ້ຄົນນອກເຂົ້າອອກເມືອງທີ່ມີຄວາມສ່ຽງ, ໃຜໄປມາກໍໃຫ້ກັກຕົວເອງ 14 ວັນ ແລະ ສັ່ງຫ້າມກອງປະຊຸມ ຫຼື ງານໃຫຍ່ໆຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ covid 19 ກະຈາຍຈາກຄົນໜຶ່ງໄປອີກຄົນໄດ້ຍາກທີ່ສຸດ.
ໄດ້ຜົນແທ້ຫວາ?
ໄດ້ຜົນແທ້ ເພາະວ່າ covid 19 ຈະຢູ່ໃນຄົນໄດ້ດົນສຸດ 14-30 ວັນ (ແລ້ວແຕ່ຄົນວ່າສະແດງອາການຊ້າ ຫຼື ໄວ ແລະຮ່າງກາຍອ່ອນແອ ຫຼື ແຂງແຮງ. ຍັງບໍ່ມີໃຜສະຫຼຸບໄດ້).
ຄົນທີ່ມີເຊື້ອອາດຈະບໍ່ສະແດງອາການໄດ້ດົນສຸດ 14 ມື້ທໍາອິດ. 15-30 ມື້ຕໍ່ມາແມ່ນມີອາການ ແລະ ເຫັນວ່າແຜ່ເຊື້ອໄດ້ດີກວ່າ 14 ມື້ທໍາອິດ. ແຕ່! ສິ່ງທີ່ອັນຕະລາຍພໍໆກັນແມ່ນຕອນ 14 ມື້ທໍາອິດຫັ້ນລະທີ່ເຮົາບໍ່ຮູ້ວ່າໃຜທີ່ມີເຊື້ອແນ່. ສະນັ້ນ, ຖ້າເຮົາຮ່ວມແຮງກັນສ້າງ social distancing ເຮັດໃຫ້ໄວຣັສນີ້ມີຄວາມລັນທົດແຮງໃນການແຜ່ກະຈາຍໃນ 1-2 ເດືອນ, ມັນກໍຈະອຶດຕາຍໄປເອງ. ນັ້ນແມ່ນຄວາມຫວັງ ແລະ ວິທີການຂອງນານາຊາດໃນຕອນນີ້.
ມັນແປວ່າຫຍັງສຳລັບຄົນລາວເຮົາ?
ແປວ່າເຮົາໂຄດໂຊກດີໃນຕອນນີ້ທີ່ບໍ່ມີຄົນໃນບ້ານເຮົາຕິດເຊື້ອ(ເທື່ອ). ສະນັ້ນ, ເຮົາຄວນຈະຊ່ວຍກັນ ແລະ ກັນເຮັດຕາມມາດຕະການທີ່ທາງພັກລັດແຈ້ງອອກມາ.
ສຳຄັນສຸດແລ້ວແມ່ນ ພວກເຮົາເຈົ້າຂ້ອຍນີ້ລະທີ່ຈະປະຕິບັດຕາມມາດຕະການ ແລະ ຂໍ້ແນະນຳຕ່າງໆເຊັ່ນ:
-ຖ້າໄຂ້ກໍໃຫ້ກັກຕົນເອງ, ຮັກສາບໍ່ໃຫ້ຕົນເອງໄປປ່ອຍເຊື້ອໃສ່ໃຜ ແລະ ໄປກວດວ່າແມ່ນເຊື້ອຫຍັງແທ້.
-ລ້າງມືເລື້ອຍໆ, ໃຊ້ບ່ວງກາງ (ດີສຸດແມ່ນແຍກຊຸດກິນເຂົ້າກັນເລີຍ), ແລະ ກິນສຸກ ແລະ ຮ້ອນ.
-ຫຼີກລ່ຽງການເຕົ້າໂຮມກັນໃນສະຖານທີ່ແອອັດ.
-ຖ້າຈາມ ກໍພະຍາຍາມອັດປາກ, ໃຊ້ເຈ້ຍ, ແນໃສ່ພື້ນ ແລະ ກົ້ມຕົວລົງໃຫ້ຕ່ຳສຸດໆ ຫຼື ອັດເຂົ້າສອກຕົວເອງເອົາ ເພື່ອບໍ່ໃຫ້ນ້ຳລາຍຕົນກະຈາຍເປັນວົງກວ້າງ ເພາະພະຍາດສາມາດໄປນຳນ້ຳລາຍເຮົາໄດ້ໄກຮອດ 1 ແມັດ.
-ໄປຕ່າງປະເທດມາກໍໃຫ້ກັກຕົວເອງ 2 ອາທິດຢູ່ບ້ານ ແລະ ຮັກສາບໍ່ໃຫ້ເຮົາມີພຶດຕິກຳທີ່ສາມາດແຜ່ເຊື້ອໄດ້.
-ງົດການກະຈາຍຂ່າວປອມຂ່າວລືທີ່ບໍ່ມີມູນ ແລະ ທີ່ອ້າງອິງທີ່ໜ້າເຊື່ອຖື ເພື່ອໃຫ້ຂ່າວຈິງຈາກພາກສ່ວນທີ່ມີມູນຄວາມຈິງສາມາດກະຈາຍຂ່າວໄດ້ດີຂຶ້ນເພື່ອເຮົາຈະຊ່ວຍກັນປ້ອງກັນແບບຖືກວິທີ (ດຽວເຮັດໂພສແຍກ).
ຖ້າບໍ່ເຮັດແນວນີ້ຈະເກີດຫຍັງຂຶ້ນ?
ເຮົາເຫັນຕົວຢ່າງແລ້ວທີ່ ປະເທດຈີນ, ອີ່ຕະລີ້ ແລະ ອີ່ລານ. 4 ຢ່າງຫຼັກໆທີ່ອາດຈະເກີດຂຶ້ນ:
1. ການແຜ່ເຊື້ອຂອງ covid 19 ບໍ່ແມ່ນການທະວີຄູນ. ມັນແມ່ນການຂຶ້ນກຳລັງ.
ຍົກຕົວຢ່າງ:
ຖ້າທະວີຄູນແມ່ນ: 2×3=6, 2×4=8, 2×5=10.
ຖ້າຂຶ້ນກຳລັງແມ່ນ: 2^3=8, 2^4=16, 2^5=32.
ເຫັນບໍ່ວ່າມັນເບິ່ງຄືວ່າໜ້ອຍດຽວຕອນທໍາອິດ ແລະ ມັນກາຍເປັນຝັນຮ້າຍຕອນທີ່ມັນຂຶ້ນກຳລັງເພາະຄົນໜຶ່ງສາມາດແຜ່ເຊື້ອໃຫ້ໄດ້ຫຼາຍຄົນ. ປະຊາຊົນອີຕາລີພົບມາ.
ສິ່ງທີ່ຈະຕາມມາແມ່ນໂຮງໝໍທີ່ມີເຄື່ອງຊ່ວຍຫາຍໃຈມີຈຳກັດທີ່ບໍ່ສາມາດຮອງຮັບຄົນເຈັບຫຼາຍປານນັ້ນໄດ້. ໝໍຢູ່ອີຕາລີຕ້ອງໄດ້ເລືອກວ່າຈະໃຫ້ໃຜຢູ່ ແລະ ໃຜຕາຍ.
ຖາມວ່າເຮົາຢາກໃຫ້ໝໍເຮັດແນວນັ້ນນຳເຮົາ ຫຼື ຄົນທີ່ເຮົາຮັກ? ເປັນຄຳຖາມທີ່ບໍ່ມີໃຜຢາກຮູ້ຄຳຕອບ, ບໍ່ຢາກເປັນຄົນຕັດສິນ ແລະ ບໍ່ຢາກເປັນຄົນທີ່ຕ້ອງຮັບອີກເນາະ.
2. ຄວາມໂສກເສົ້າທີ່ຈະຕາມມາຖ້າມີຄົນເສຍຊີວິດຫຼາຍໆຄົນ. ຄິດງ່າຍໆ, ຄົນເສຍໃຈຊ່ຳໃດກັບເຮືອນດີເຮືອນໜຶ່ງ. ຈິນຕະນາການນຳກັນບາດນີ້ວ່າ ຈັກພັນເຮືອນດີໃນອູຮັ້ນບາດນິ… ນັ້ນລະ.
3. ເສດຖະກິດທົດຖອຍແນ່ນອນຖ້າງົບປະມານລັດຕ້ອງໄດ້ສຸມໃສ່ການຄວບຄຸມໂລກລະບາດ, ປະຊາກອນທີ່ປະກອບສ່ວນໃນສັງຄົມເສຍຊີວິດ ແລະ ຄົນທີ່ຍັງຢູ່ບໍ່ມີກຳລັງໃຈທຳມາຫາກິນ. ລວມເຂົ້າກັບການອ່ອນຕົວຂອງເສດຖະກິດ ແລະ ຄ່າເງິນຕອນນີ້ໃນບ້ານເຮົາ, ຖ້າມາເຈີແນວນີ້ອີກຈະເປັນແນວໃດ?
4. ການຟື້ນຕົວຂອງເສດຖະກິດກໍຈະລຳບາກໄປກວ່າເກົ່າອີກ. ອີ່ຕາລີ້ຕອນນີ້ວິເຄາະແລ້ວວ່າເສດຖະກິດເຂົາຈະຖອຍຫຼັງໄປຫຼາຍປີ. ເຮົາແຮງເປັນປະເທດທີ່ກຳລັງເຕີບຕົວເພື່ອແກ້ໄຂຄວາມທຸກຍາກ, ນີ້ແມ່ນສິ່ງສຸດທ້າຍທີ່ເຮົາອາດຈະຢາກເຈີ.
ສະນັ້ນ, ຕອນນີ້ເຮົາຍັງມີທາງເລືອກວ່າເຮົາຈະເຮັດແນວໃດດີລະຫວ່າງ:
ກ. ໂອ້ຍ, ເວົ້າຫຼາຍ. ມັນກໍຄືໄຂ້ປົກກະຕິຫັ້ນລະ. ອັດຕາຕາຍຕ່ຳໆໜຶ່ງ. ບໍ່ຖືກຄອບຄົວເຮົາດອກ.
ຂ. ການສູ້ຄັ້ງນີ້ແມ່ນການຕໍ່ຕ້ານຕໍ່ເຊື້ອລະບາດຂອງມະນຸດຊາດ ແລະ ເຮົາຄວນຈະມີສ່ວນຮ່ວມໃນການຕໍ່ສູ້ມັນນຳກັນບົນພື້ນຖານຈັນຍາບັນຂອງຄົນທີ່ຢູ່ຮ່ວມສັງຄົມດຽວກັນ.
ບັນຫາ ແລະ ຄໍາຖາມຕ່າງໆກ່ຽວກັບພະຍາດ Covid-19 ທີ່ຫຼາຍຄົນສົງໃສ ຫວັງວ່າບົດຄວາມນີ້ຈະຊ່ວຍໃຫ້ທຸຄົນເຂົ້າໃຈບໍ່ຫຼາຍກໍໜ້ອຍ ແນວໃຈ ຂວັນໃຈກໍຂໍໃຫ້ພວກເຮົົາທຸກຄົນຄວນຈະຊ່ວຍກັນ ປະຕິບັດຕາມມາດຕະການທີ່ທາງພັກລັດແຈ້ງອອກມາ..
ແລະ ຮັກສາສຸຂະພາບກັນໃຫ້ດີໆເດີ້!!!
ຝາກໄວ້ໃຫ້ຄິດຮ່ວມກັນ ເຮົາມີທາງເລືອກສະເໝີ.
ຂອບໃຈຂໍ້ມຸນຈາກ : STELLA – ສະເຕ່ວລ້າ