Breaking News

ຊົມເຊີຍ!! ລູກນໍ້າ ທິດາລັດ ຂໍຮັບບໍລິຈາກຜ້າປິດປາກເພື່ອນໍາໄປແຈກທີມແພດໝໍລາວ… ສູ້ກັບວິກິດCOVID-19

ແບ່ງປັນ

ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ…  ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!!    ນອກຈາກນີ້ລູກນໍ້າຍັງເປັນອີກໜື່ງດາລາສາວທີ່ມັກຊ່ວຍເຫຼືອສັງຄົມເຮົາຕະຫຼອດມາ ແລະເຮົາຈະມັກເຫັນລູກນໍ້າສ້າງໂຄງການຊ່ວຍເຫຼືອຕ່າງໆຂຶ້ນມາເພື່ອຊ່ວຍເຫຼືອສັງຄົມເຊັ່ນ ຊ່ວຍເຫຼືອນັກຮຽນທີຢູ່ເຂດຊົນນະບົດ, ໂຮງໝໍ… ເອີ້ນໄດ້ວ່າເປັນດາລາສາຍບຸນອີກໜື່ງຄົນເລີຍກໍວ່າໄດ້!  ເຊິ່ງປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງປະເຊີນກັບການຕ້ານໂລກລະບາດພະຍາດ COVID-19 ແນ່ນອນວ່າທຸກຄົນລ້ວນແຕ່ປ້ອງກັນຕົວເອງເພື່ອບໍ່ໃຫ້ພະຍາດດັ່ງກ່າວມາແຊກຊ້ອນໄດ້ ແລະ ໜື່ງສິ່ງທີ່ຈໍາເປັນ ແລະ ສໍາຄັນ ໃນການປ້ອງກັນຕົນເອງນັ້ນກໍຄືຜ້າປິດປາກ ແລະ ກຳລັງເປັນທີ່ຕ້ອງການຂອງທຸກພາກສ່ວນຢູ່ໃນສັງຄົມໂດຍສະເພາະແມ່ນແພດໝໍ… ຜ່ານມາສາວລູກນໍ້າກໍໄດ້ນໍາເອົາຜ້າປິດປາກຈໍານວນໜື່ງໄປບໍລິຈາກໃຫ້ທີມແພດຈໍານວນໜື່ງ! ແນ່ນອນຍັງຫຼາຍແຫ່ງທີ່ຍັງຕ້ອງການ ຫຼ້າສຸດສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວວ່າ:

 

“ຕອນນີ້ຜ້າປິດປາກທີ່ແຈກໄປກີ້ນີ້ຫມົດແລ້ວ ບໍ່ພຽງພໍຕໍ່ ແພດຫມໍ ພະຍາບານ ຫລື ນັກສຶກສາແພດ….?

ບາງຄົນກາບອກວ່າ ຕ້ອງການດ່ວນເພາະຂາດມາເປັນເດືອນແລ້ວ ບາງຄົນກາໃຊ້ 1 ແຜ່ນ ໃຊ້ 2-3 ມື້ ເຮົາເອງຖ້າມີຫລາຍກາຢາກເອົາໃຫ້ຄົບກັນ ຈົນກວ່າຈະຜ່ານວິກິດນີ້ໄປໄດ້ພຸ້ນແຫລະ…?

ຕອນນີ້ເລີຍເປີດຮັບບໍລິຈາກ ຫນ້າກາກອະນາໄມ ຜູ້ໃດທີ່ມີຈິດໃຈຢາກຊ່ວຍ ຊ່ວຍຜູ້ລະ 10.000-20.000ກີບ ກາໄດ້ ເອົານຳຫລາຍໆຄົນມາລວມກັນ ກາເປັນຈຳນວນຫລວງຫລາຍ ຄືກັບທີ່ຜ່ານໆມາເຮົາໄດ້ຊ່ວຍ…ຄັ້ງນີ້ເປັນອີກໂອກາດຫນຶ່ງທີ່ໃຫ້ເຮົາໄດ້ຊ່ວຍເຫລືອກັນ ຊ່ວຍເຫລືອຜູ້ເພິ່ນ ລຳບາກແທ້ໆ ເຮົາຈະນຳໄປໃຫ້ແພດຫມໍ ພະຍາບານ ນັກສຶກສາແພດ ຜູ້ເພິ່ນຂາດແຄນ??

ຮ່ວມບໍລິຈາກໄດ້ທີ່ ບັນຊີທະນາຄານ ການຄ້າ ຕ່າງປະເທດລາວ (ເງິນກີບ) 090120000094627001
MS THIDALAT VONGSILI (
ບັນຊີນ້ຳເອງ ບໍ່ຕ້ອງຢ້ານວ່າສິເອົາເງິນໄປໃສ ເຮົາຊື່ແທ້ ເຮັດແທ້ ບໍພໍອອກຕື່ມໃຫ້ອີກ)

ຫລືສາມາດບໍລິຈາກເປັນເຄື່ອງ ຜ້າປິດປາກ ເຈລລ້າງມື ແອລກໍຮໍ ຂ້າເຊື້ອ ໄດ້ທີ່ຮ້ານ MEN FOLDER Bandid Lasavong

ຫລື ບໍລິຈາກເປັນ ກະບອກສຽງ ໃນການແຊຮ໌ ບອກຕໍ່ ໃຫ້ຫລາຍໆຄົນໄດ້ເຫັນ?️”

ຂວັນໃຈຂໍຊົມເຊີຍ ສາວລູກນໍ້າ ທີ່ເປັນອີກໜື່ງກະບອກສຽງໃນການຊ່ວຍເຫຼືອສັງຄົມລາວເຮົາໃນວິກິດແບບນີ້!!!

ສໍາຫຼັບໃຜທີ່ມີຈິດໃຈຢາກຊ່ວຍເຫຼືອ ຜູ້ລະເລັກລະນ້ອຍກໍໄດ້ ເພື່ອຮ່ວມກັນຕໍ່ສູ້ຜ່ານວິກິດນີ້ໄປໃຫ້ໄດ້…

ຂໍ້ມູນ-ຮູບພາບ: Louknum Thidalat Vongsili

ແບ່ງປັນ