ໃນສະຖານະການບ້ານເມືອງກຳລັງຕໍ່ສູ້ກັບວິກິດໂລກລະບາດພະຍາດໂຄວິດ-19 ແບບນີ້ ຫຼາຍພາກກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສົ່ງກຳລັງໃຈໃຫ້ທັງຜູ້ຕິດເຊື້ອ ແລະ ພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຂອງຕົນເອງໃນຊ່ວງວິກິດນີ້ໂດຍສະເພາະແມ່ນແພດໝໍຂອງພວກເຮົາທີ່ກຳລັງປະຕິບັດໜ້າຕົນເອງເກືອບຕະຫຼອດ 24 ຊົ່ວໂມງ…
ເຊິ່ງຕອນນີ້ຫຼາຍຄົນບໍ່ວ່າຈະເປັນສິນລະປິນ, ນັກຮ້ອງ ແລະ ພາກສ່ວນອື່ນ…ກໍໄດ້ແຕ່ງເພງຂຶ້ນມາຂັບຮ້ອງຜ່ານສຽງເພງເພື່ອໃຫ້ກຳລັງໃຈທຸກພາກສ່ວນຢ່າງຫຼວງຫຼາຍ ຫຼ້າສຸດກໍມີທ່່ານໝໍຄົນໜື່ງຊື່ ທ່ານໝໍ ສົມໄຫວ ໄດ້ຝາກອີກ 1 ບົດເພງ “ແຮງໃຈຈາກໝໍ” ເພື່ອເປັນກຳລັງໃຈໃຫ້ທຸກໆພາກສ່ວນທີ່ກຳລັງຕໍ່ສູ້ກັບວິກິດ ໂຄວິດ19 ທີ່ກຳລັງລະບາດໃນຕອນນີ້…
ເຮົາໄປຟັງນໍາກັນເລີຍ!!!
ແຫລ່ງຂໍ້ມູນ: Somvai Singhaxaiyaseng